lo_tn/isa/62/01.md

1.8 KiB

ເພາະເຫັນແກ່ຊີໂອນເຮົາຈະບໍ່ມິດງຽບ ແລະ ເພາະເຫັນແກ່ກຸງເຢລູຊາເລັມເຮົາຈະບໍ່ມິດງຽບໄປ

ທັງສອງປະໂຫຍກນີ້ມີຄວາມຫມາຍຄືກັນ. ນີ້ແມ່ນ "ຊີໂອນ" ແລະ "ເຢຣູຊາເລັມ" ທັງສອງເປັນຕົວແທນຂອງປະຊາຊົນຜູ້ທີ່ອາໄສຢູ່ໃນເຢຣູຊາເລັມ. ອາດແປໄດ້ອີກວ່າ: "ເພື່ອເຫັນແກ່ປະຊາຊົນແຫ່ງເຢຣູຊາເລັມເຮົາຈະບໍ່ມິດງຽບ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metonymy]])

ເຮົາຈະບໍ່ມິດງຽບ

ມັນເປັນໄປໄດ້ຫຼາຍກວ່າ "ເຮົາ" ຫມາຍເຖິງເອຊາຢາ.

ຈົນກວ່າຄວາມຊອບທຳຂອງນະຄອນນີ້ຈະອອກມາຢ່າງສະຫວ່າງສົດໃສ, ແລະຄວາມລອດຂອງນະຄອນນີ້ຈະອອກໄປຄືກັບໂຄມໄຟ

ທັງສອງຫົວຂໍ້ໄດ້ໃຫ້ຄວາມຫນັ້ນໃຈແກ່ປະຊາຊົນວ່າໃນທີ່ສຸດພຣະເຈົ້າຈະສະເດັດມາ ແລະ ຊ່ວຍປະຊາຊົນອິດສະຣາເອນ ແລະ ຈະປາກົດຂື້ນຄືກັບແສງສະຫວ່າງ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-parallelism]])