3.4 KiB
ຂໍ້ມູນທົ່ວໄປ:
ເອຊາຢາເວົ້າຖ້ອຍຄຳຂອງພຣະຢາເວກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)
ຈົ່ງຊະລ້າງ, ຈົ່ງລ້າງຮ່າງກາຍຂອງເຈົ້າໃຫ້ສະອາດ
ທີ່ນີ້ ພຣະເຈົ້າປຽບທຽບກັນຄົນທີ່ຢຸດເຮັດບາບ ກັບຄົນທີ່ລ້າງຮ່າງກາຍຂອງລາວນັ້ນ. ອາດແປໄດ້ອີກວ່າ: "ຈົ່ງກັບໃຈໃຫມ່ ແລະ ລ້າງບາບຈາກໃຈຂອງພວກເຈົ້າ ເຫມືອນກັບການລ້າງສິ່ງສົກກະປົກອອກຈາກຮ່າງກາຍຂອງພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ຈົ່ງເອົາການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າອອກໄປໃຫ້ພົ້ນຈາກສາຍຕາຂອງເຮົາ
ພຣະເຈົ້າບໍ່ໄດ້ບອກພວກເຂົາໃຫ້ເຮັດສິ່ງຊົ່ວຮ້າຍ ໃນບ່ອນໃດເລີຍ, ແຕ່ໃຫ້ຢຸດເຊົາເຮັດສິ່ງຊົ່ວຮ້າຍນັ້ນ. ອາດແປໄດ້ອີກວ່າ: "ຢຸດເຮັດສິ່ງຊົ່ວຮ້າຍ ຕາມທີ່ເຮົາເຫັນເຈົ້າກຳລັງເຮັດຢູ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ຈົ່ງຊ່ວຍເຫລືອຜູ້ທີ່ຖືກກົດຂີ່
ພຣະເຈົ້າເວົ້າເຫມືອນກັບວ່າ ປະຊາຊົນຜູ້ທີ່ກົດຂີ່ຄົນອຶ່ນ ເຫມືອນກັບວ່າ ພວກເຂົາໄດ້ເຮັດໄມ້ຄ້ອນເທົ້າຄົດ ທີ່ຄວາມຈະຊື່, ແລະພຣະອົງໄດ້ເອີ້ນພວກເຂົາໃຫ້ເຮັດໃຫ້ວັດຖຸເຫລົ່ານັ້ນຊື່ອີກເທື່ອຫນຶ່ງ. ຄຳນາມມະທຳ "ການກົດຂີ່" ສາມາດແປໃຫ້ເປັນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ເຮັດໃຫ້ຫມັ້ນໃຈວ່າຄົນເຫລົ່ານັ້ນທີ່ບໍ່ມີຄົນຊ່ວຍ ພວກເຈົ້າຕ້ອງຢຸດເຮັດໃຫ້ພວກເຂົາທົນທຸກທໍລະມານ ຕາມທີ່ພວກເຈົ້າໄດ້ເຮັດກັບພວກເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-abstractnouns]])
ຈົ່ງໃຫ້ຄວາມຍຸດຕິທຳຕໍ່ລູກທີ່ກຳພ້າພໍ່
"ຈົ່ງຍຸດຕິທຳກັບຜູ້ທີ່ບໍ່ມີພໍ່"
ປົກປ້ອງແມ່ຫມ້າຍ
"ປົກປ້ອງຍິງເຫລົ່ານັ້ນທີ່ຜົວໄດ້ຕາຍແລ້ວ"