Sun Oct 13 2019 14:53:33 GMT+0700 (SE Asia Standard Time)
This commit is contained in:
parent
031725aa8a
commit
f6c11a29a7
|
@ -0,0 +1,3 @@
|
|||
\v 32 \v 33 \v 34 ເປັນເມຍທີ່ຫລິ້ນຊູ້ ເຈົ້າຍອມຕ້ອນຮັບແຂກແປກໜ້າແທນທີ່ຈະຮັບຕ້ອນຜົວ
|
||||
33 ຜູ້ຊາຍຍອມໃຫ້ຂອງແກ່ຜູ້ຍິງບໍ່ສັດຊື່ທຸກຄົນ ແຕ່ເຈົ້າກັບໃຫ້ສິ່ງຂອງແກ່ຄົນຮັກທັງຫລາຍຂອງເຈົ້າ ໃຫ້ສິນບົນ –ໂດຍໃຫ້ພວກເຂົາເຂົ້າມາຈາກທຸກດ້ານເພື່ອການຫລິ້ນຊູ້ຂອງເຈົ້າ
|
||||
34 ສະນັ້ນ ເຈົ້າຈຶ່ງຜິດກັບຜູ້ຍິງອື່ນໃນເລື່ອງການຫລິ້ນຊູ້ຂອງເຈົ້າ ບໍ່ມີໃຜມາອ້ອນວອນໃຫ້ຫລິ້ນຊູ້ ແຕ່ເຈົ້າກັບໃຫ້ຄ່າຈ້າງ ໃນຂະນະທີ່ບໍ່ມີຜູ້ໃດໃຫ້ຄ່າຈ້າງແກ່ເຈົ້າ ເພາະສະນັ້ນ ເຈົ້າຈຶ່ງແຕກຕ່າງກັນ
|
|
@ -0,0 +1,3 @@
|
|||
\v 35 \v 36 \v 37 ຍິງແມ່ຈ້າງເອີຍ ຈົ່ງຟັງພຣະທຳຂອງພຣະຜູ້ເປັນເຈົ້າ
|
||||
36 ອົງພຣະຜູ້ເປັນເຈົ້າພຣະເຈົ້າກ່າວດັ່ງນີ້ວ່າ ເພາະຄວາມໜ້າກຽດຊັງຂອງເຈົ້າກໍຖອກອອກ ແລະ ຄວາມເປືອຍກາຍຂອງເຈົ້າກໍເຜີຍອອກໃນການຫລິ້ນຊູ້ຂອງເຈົ້າກັບຄົນຮັກຂອງເຈົ້າ ແລະເພາະຮູບເຄົາລົບອັນໜ້າກຽດຊັງຂອງເຈົ້າທັງໝົດ ແລະເພາະເລືອດລູກຂອງເຈົ້າທີ່ເຈົ້າຖວາຍໃຫ້ແກ່ມັນ
|
||||
37 ເບິ່ງແມ ເຮົາຈະຮວບຮວມຄົນຮັກຂອງເຈົ້າທັງໝົດ ຊຶ່ງເປັນຜູ້ທີ່ເຈົ້າເພີດເພີນດ້ວຍທຸກຄົນທີ່ເຈົ້າຮັກ ແລະທຸກຄົນທີ່ເຈົ້າກຽດຊັງ ເຮົາຈະຮວບຮວມພວກເຂົາໃຫ້ມາຕໍ່ສູ້ເຈົ້າຈາກທຸກດ້ານ ແລະຈະເຜີຍຄວາມເປືອຍກາຍຂອງເຈົ້າຕໍ່ໜ້າພວກເຂົາ ເພື່ອພວກເຂົາຈະໄດ້ເຫັນການເປືອຍກາຍທັງໝົດຂອງເຈົ້າ
|
|
@ -0,0 +1,2 @@
|
|||
\v 38 \v 39 ເຮົາຈະພິພາກສາເຈົ້າດັ່ງທີ່ພວກເຂົາພິພາກສາຜູ້ຍິງທີ່ລ່ວງປະເວນີ ແລະເຮັດໃຫ້ຄົນເລືອດຕົກ ເຮົາຈະນຳເລືອດແຫ່ງຄວາມຄຽດຮ້າຍ ແລະຄວາມອິດສາມາເໜືອເຈົ້າ
|
||||
39 ແລະຈະມອບເຈົ້າໄວ້ໃນມືຊູ້ຂອງເຈົ້າ ພວກເຂົາຈະທຳລາຍຫ້ອງຫລັງຄາໂຄ້ງຂອງເຈົ້າລົງ ແລະຈະທຳລາຍສະຖານທີ່ສູງຂອງເຈົ້າ ພວກເຂົາຈະປົດເອົາເສື້ອຜ້າຂອງເຈົ້າແລະຈະເອົາເຄື່ອງປະດັບອັນງາມຂອງເຈົ້າໄປເສຍ ປ່ອຍໃຫ້ເຈົ້າເປືອຍກາຍ ແລະບໍ່ມີເຄື່ອງນຸ່ງຫົ່ມ
|
|
@ -0,0 +1,3 @@
|
|||
\v 40 \v 41 \v 42 ພວກເຂົາຈະນຳຝູງຄົນມາຕໍ່ສູ້ເຈົ້າ ແລະຈະແກວ່ງເຈົ້າດ້ວຍກ້ອນຫີນ ແລະຟັນເຈົ້າດ້ວຍດາບຂອງເຂົາ
|
||||
41 ພວກເຂົາຈະເອົາໄຟເຜົາບ້ານເຮືອນຂອງເຈົ້າ ແລະເຮັດການພິພາກສາລົງໂທດເຈົ້າຕໍ່ໜ້າຂອງຜູ້ຍິງເປັນຈຳນວນຫລາຍ ເຮົາຈະເຮັດໃຫ້ເຈົ້າຢຸດຫລິ້ນຊູ້ ແລະເຈົ້າຈະບໍ່ໃຫ້ຄ່າຈ້າງອີກຕໍ່ໄປ
|
||||
42 ເຮົາຈະລະບາຍຄວາມຄຽດຮ້າຍຂອງເຮົາໃສ່ເຈົ້າໃຫ້ໝົດ ຄວາມອິດສາຈະໜີຈາກເຈົ້າໄປ ເຮົາຈະສະຫງົບ ແລະບໍ່ຄຽດຮ້າຍອີກ
|
|
@ -0,0 +1 @@
|
|||
\v 43 ເພາະວ່າເຈົ້າບໍ່ໄດ້ລະນຶກເຖິງມື້ທີ່ເຈົ້າຍັງນ້ອຍ ແຕ່ໄດ້ເຮັດໃຫ້ເຮົາຄຽດຮ້າຍ ສິ່ງເຫລົ່ານີ້ ອົງພຣະຜູ້ເປັນເຈົ້າພຣະເຈົ້າກ່າວວ່າ ເບິ່ງແມ ເຮົາຈະຕອບແທນຕາມທາງປະພຶດຂອງເຈົ້າເທິງຫົວເຈົ້າ ເຈົ້າຈະບໍ່ໄດ້ປະພຶດຕົວດ້ວຍລາຄະຕັນຫາເພີ່ມເຂົ້າກັບຄວາມກຽດຊັງທັງໝົດຂອງເຈົ້າດອກ
|
|
@ -0,0 +1,2 @@
|
|||
\v 44 \v 45 ເບິ່ງແມ ທຸກຄົນທີ່ໃຊ້ສຸພາສິດຈະໃຊ້ສຸພາສິດຕໍ່ໄປນີ້ໃນເລື່ອງເຈົ້າ ຄື ‘ແມ່ເປັນຢ່າງໃດ ລູກສາວກໍເປັນຢ່າງນັ້ນ’
|
||||
45 ເຈົ້າເປັນລູກສາວຂອງແມ່ເຈົ້າ ຜູ້ກຽດຊັງຜົວ ແລະລູກຂອງຕົນ ເຈົ້າເປັນສາວຄົນກາງຂອງເອື້ອຍ ແລະນ້ອງສາວຂອງເຈົ້າ ຜູ້ກຽດຊັງຜົວ ແລະລູກຂອງຕົນ ແມ່ຂອງເຈົ້າເປັນຄົນຮິດຕີ ພໍ່ຂອງເຈົ້າເປັນຄົນອະໂມຣີດ
|
|
@ -0,0 +1 @@
|
|||
\v 46 ເອື້ອຍຂອງເຈົ້າຄືຊາມາເຣຍ ຜູ້ຢູ່ກັບລູກສາວເໜືອເຈົ້າທາງດ້ານຊ້າຍ ແລະນ້ອງສາວຂອງເຈົ້າ ຜູ້ຢູ່ທາງດ້ານຂວາຂອງເຈົ້າ ຄືໂຊໂດມກັບລູກສາວຂອງນາງ
|
|
@ -0,0 +1,2 @@
|
|||
\v 47 \v 48 ເຖິງປານນັ້ນ ເຈົ້າກໍຍັງບໍ່ພໍໃຈທີ່ຈະດຳເນີນໃນທາງທັງຫລາຍຂອງພວກເຂົາ ຫລືເຮັດຕາມສິ່ງທີ່ໜ້າກຽດຊັງຂອງພວກເຂົາ ແຕ່ເພາະວ່າມັນເປັນເລື່ອງເລັກນ້ອຍເກີນໄປ ແລ້ວເຈົ້າກໍຊົ່ວກວ່າພວກເຂົາໃນບັນດາທາງທັງໝົດຂອງເຈົ້າ
|
||||
48 ອົງພຣະຜູ້ເປັນເຈົ້າພຣະເຈົ້າກ່າວວ່າ ເຮົາມີຊີວິດຢູ່ສັນໃດ ໂຊໂດມນ້ອງສາວຂອງເຈົ້າກັບລູກສາວຂອງນາງ ກໍບໍ່ໄດ້ເຮັດເໝືອນທີ່ເຈົ້າ ແລະລູກສາວຂອງເຈົ້າໄດ້ເຮັດ
|
|
@ -0,0 +1,2 @@
|
|||
\v 49 \v 50 ເບິ່ງແມ ນີ້ແຫລະເປັນຄວາມຊົ່ວຊ້າຂອງໂຊໂດມນ້ອງສາວຂອງເຈົ້າຄືຕົວນາງ ແລະລູກສາວຂອງນາງມີຄວາມຈອງຫອງ ມີອາຫານເຫລືອຮັບປະທານ ແລະມີຄວາມສະບາຍເກີນໄປ ບໍ່ຊູກຳລັງມືຄົນຍາກຈົນ ແລະຄົນຂັດສົນ
|
||||
50 ພວກນາງຈອງຫອງ ແລະເຮັດສິ່ງໜ້າກຽດຊັງຕໍ່ໜ້າເຮົາ ເພາະສະນັ້ນ ເມື່ອເຮົາເຫັນດີແລ້ວ ເຮົາຈຶ່ງກຳຈັດນາງເສຍ
|
|
@ -0,0 +1,2 @@
|
|||
\v 51 \v 52 51 ຊາມາເຣຍບໍ່ໄດ້ເຮັດບາບເຖິງເຄິ່ງຂອງເຈົ້າ ເຈົ້າເຮັດຄວາມໜ້າກຽດຊັງຫລາຍກວ່າພວກເຂົາທັງສອງ ແລະໂດຍຄວາມກຽດຊັງທັງໝົດທີ່ເຈົ້າເຮັດນັ້ນ ຈຶ່ງເຮັດໃຫ້ເອື້ອຍແລະນ້ອງສາວຂອງເຈົ້າ ເບິ່ງເປັນເໝືອນຄົນຊອບທຳ
|
||||
52 ເຈົ້າຈົ່ງທົນຮັບຄວາມອັບອາຍຂາຍໜ້າເພາະເຈົ້າໄດ້ເຮັດໃຫ້ການພິພາກສາເອນອຽງໄປທາງເອື້ອຍ ແລະນ້ອງສາວຂອງເຈົ້າ ພວກນາງຖືກຫລາຍກວ່າເຈົ້າ ເພາະບາບທີ່ເຈົ້າໄດ້ເຮັດນັ້ນ ກໍໜ້າກຽດຊັງຫລາຍກວ່າພວກນາງອີກ ເຈົ້າຈົ່ງອັບອາຍສາ ແລະຈົ່ງທົນຮັບຄວາມອັບອາຍຂາຍໜ້າຂອງເຈົ້າ ເພາະເຈົ້າໄດ້ເຮັດໃຫ້ເອື້ອຍ ແລະນ້ອງສາວຂອງເຈົ້າເບິ່ງເປັນເໝືອນຄົນຊອບທຳ
|
|
@ -0,0 +1,3 @@
|
|||
\v 53 \v 54 \v 55 ເມື່ອເຮົາຈະໃຫ້ພວກນາງກັບສູ່ສະພາບເດີມ ທັງສະພາບເດີມຂອງໂຊໂດມ ແລະລູກສາວ ກັບສະພາບເດີມຂອງຊາມາເຣຍ ແລະລູກສາວ ເຮົາກໍຈະໃຫ້ເຈົ້າກັບສູ່ສະພາບເດີມຂອງເຈົ້າທ່າມກາງເຂົາດ້ວຍ
|
||||
54 ເພື່ອເຈົ້າຈະທົນຮັບຄວາມອັບອາຍຂາຍໜ້າຂອງເຈົ້າ ແລະອັບອາຍສິ່ງທີ່ເຈົ້າເຮັດແລ້ວທັງໝົດ ໃຫ້ເປັນການເລົ້າໂລມໃຈແກ່ເຂົາ
|
||||
55 ເມື່ອສ່ວນເອື້ອຍ ແລະນ້ອງສາວຂອງເຈົ້າ ໂຊໂດມກັບລູກສາວຂອງນາງຈະໄດ້ກັບສູ່ສະພາບເດີມຂອງຕົນ ແລະຊາມາເຣຍ ກັບລູກສາວຂອງນາງຈະກັບສູ່ສະພາບເດີມຂອງຕົນ ສ່ວນເຈົ້າ ແລະລູກສາວຂອງເຈົ້າຈະກັບໄປຍັງສະພາບເດີມຂອງເຈົ້າ
|
Loading…
Reference in New Issue