diff --git a/16/32.txt b/16/32.txt new file mode 100644 index 00000000..500f7e38 --- /dev/null +++ b/16/32.txt @@ -0,0 +1,3 @@ +\v 32 \v 33 \v 34 ເປັນ​ເມຍ​ທີ່​ຫລິ້ນ­ຊູ້ ເຈົ້າ​ຍອມ​ຕ້ອນ­ຮັບ​ແຂກ​ແປກ​ໜ້າ​ແທນ​ທີ່​ຈະ​ຮັບ​ຕ້ອນ​ຜົວ +33 ຜູ້­ຊາຍ​ຍອມ​ໃຫ້​ຂອງ​ແກ່​ຜູ້­ຍິງ​ບໍ່​ສັດ­ຊື່​ທຸກ​ຄົນ ແຕ່​ເຈົ້າ​ກັບ​ໃຫ້​ສິ່ງ​ຂອງ​ແກ່​ຄົນ​ຮັກ​ທັງ­ຫລາຍ​ຂອງ​ເຈົ້າ ໃຫ້​ສິນ­ບົນ –ໂດຍ​ໃຫ້​ພວກ­ເຂົາ​ເຂົ້າ​ມາ​ຈາກ​ທຸກ​ດ້ານ​ເພື່ອ​ການ​ຫລິ້ນ­ຊູ້​ຂອງ​ເຈົ້າ +34 ສະ­ນັ້ນ ເຈົ້າ​ຈຶ່ງ​ຜິດ​ກັບ​ຜູ້­ຍິງ​ອື່ນ​ໃນ​ເລື່ອງ​ການ​ຫລິ້ນ­ຊູ້​ຂອງ​ເຈົ້າ ບໍ່­ມີ​ໃຜ​ມາ​ອ້ອນ­ວອນ​ໃຫ້​ຫລິ້ນ­ຊູ້ ແຕ່​ເຈົ້າ​ກັບ​ໃຫ້​ຄ່າ​ຈ້າງ ໃນ​ຂະ­ນະ​ທີ່​ບໍ່­ມີ​ຜູ້­ໃດ​ໃຫ້​ຄ່າ​ຈ້າງ​ແກ່​ເຈົ້າ ເພາະ­ສະ­ນັ້ນ ເຈົ້າ​ຈຶ່ງ​ແຕກ​ຕ່າງ​ກັນ \ No newline at end of file diff --git a/16/35.txt b/16/35.txt new file mode 100644 index 00000000..a3689fe9 --- /dev/null +++ b/16/35.txt @@ -0,0 +1,3 @@ +\v 35 \v 36 \v 37 ຍິງ​ແມ່­ຈ້າງ​ເອີຍ ຈົ່ງ​ຟັງ​ພຣະ­ທຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ +36 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ເພາະ​ຄວາມ​ໜ້າ​ກຽດ­ຊັງ​ຂອງ​ເຈົ້າ​ກໍ​ຖອກ­ອອກ ແລະ ຄວາມ​ເປືອຍ​ກາຍ​ຂອງ​ເຈົ້າ​ກໍ​ເຜີຍ​ອອກ​ໃນ​ການ​ຫລິ້ນ­ຊູ້​ຂອງ​ເຈົ້າ​ກັບ​ຄົນ​ຮັກ​ຂອງ​ເຈົ້າ ແລະ​ເພາະ​ຮູບ​ເຄົາ­ລົບ​ອັນ​ໜ້າ​ກຽດ­ຊັງ​ຂອງ​ເຈົ້າ​ທັງ​ໝົດ ແລະ​ເພາະ​ເລືອດ​ລູກ​ຂອງ​ເຈົ້າ​ທີ່​ເຈົ້າ​ຖວາຍ​ໃຫ້​ແກ່​ມັນ +37 ເບິ່ງ​ແມ ເຮົາ​ຈະ​ຮວບ­ຮວມ​ຄົນ​ຮັກ​ຂອງ​ເຈົ້າ​ທັງ​ໝົດ ຊຶ່ງ​ເປັນ​ຜູ້​ທີ່​ເຈົ້າ​ເພີດ­ເພີນ​ດ້ວຍ​ທຸກ​ຄົນ­ທີ່​ເຈົ້າ​ຮັກ ແລະ​ທຸກ​ຄົນ­ທີ່​ເຈົ້າ​ກຽດ­ຊັງ ເຮົາ​ຈະ​ຮວບ­ຮວມ​ພວກ­ເຂົາ​ໃຫ້​ມາ​ຕໍ່­ສູ້​ເຈົ້າ​ຈາກ​ທຸກ​ດ້ານ ແລະ​ຈະ​ເຜີຍ​ຄວາມ​ເປືອຍ​ກາຍ​ຂອງ​ເຈົ້າ​ຕໍ່­ໜ້າ​ພວກ­ເຂົາ ເພື່ອ​ພວກ­ເຂົາ​ຈະ​ໄດ້​ເຫັນ​ການ​ເປືອຍ​ກາຍ​ທັງ​ໝົດ​ຂອງ​ເຈົ້າ \ No newline at end of file diff --git a/16/38.txt b/16/38.txt new file mode 100644 index 00000000..55053ccd --- /dev/null +++ b/16/38.txt @@ -0,0 +1,2 @@ +\v 38 \v 39 ເຮົາ​ຈະ​ພິ­ພາກ­ສາ​ເຈົ້າ​ດັ່ງ​ທີ່​ພວກ­ເຂົາ​ພິ­ພາກ­ສາ​ຜູ້­ຍິງ​ທີ່​ລ່ວງ­ປະ­ເວ­ນີ ແລະ​ເຮັດ­ໃຫ້​ຄົນ​ເລືອດ​ຕົກ ເຮົາ​ຈະ​ນຳ​ເລືອດ​ແຫ່ງ​ຄວາມ​ຄຽດ​ຮ້າຍ ແລະ​ຄວາມ​ອິດ­ສາ​ມາ​ເໜືອ​ເຈົ້າ +39 ແລະ​ຈະ​ມອບ​ເຈົ້າ​ໄວ້​ໃນ​ມື​ຊູ້​ຂອງ​ເຈົ້າ ພວກ­ເຂົາ​ຈະ​ທຳ­ລາຍ​ຫ້ອງ​ຫລັງ­ຄາ​ໂຄ້ງ​ຂອງ​ເຈົ້າ​ລົງ ແລະ​ຈະ​ທຳ­ລາຍ​ສະ­ຖານ­ທີ່​ສູງ​ຂອງ​ເຈົ້າ ພວກ­ເຂົາ​ຈະ​ປົດ​ເອົາ​ເສື້ອ­ຜ້າ​ຂອງ​ເຈົ້າ​ແລະ​ຈະ​ເອົາ​ເຄື່ອງ​ປະ­ດັບ​ອັນ​ງາມ​ຂອງ​ເຈົ້າ​ໄປ​ເສຍ ປ່ອຍ​ໃຫ້​ເຈົ້າ​ເປືອຍ​ກາຍ ແລະ​ບໍ່­ມີ​ເຄື່ອງ­ນຸ່ງ​ຫົ່ມ \ No newline at end of file diff --git a/16/40.txt b/16/40.txt new file mode 100644 index 00000000..48f4975d --- /dev/null +++ b/16/40.txt @@ -0,0 +1,3 @@ +\v 40 \v 41 \v 42 ພວກ­ເຂົາ​ຈະ​ນຳ​ຝູງ​ຄົນ​ມາ​ຕໍ່­ສູ້​ເຈົ້າ ແລະ​ຈະ​ແກວ່ງ​ເຈົ້າ​ດ້ວຍ​ກ້ອນ​ຫີນ ແລະ​ຟັນ​ເຈົ້າ​ດ້ວຍ​ດາບ​ຂອງ​ເຂົາ +41 ພວກ­ເຂົາ​ຈະ​ເອົາ​ໄຟ​ເຜົາ​ບ້ານ​ເຮືອນ​ຂອງ​ເຈົ້າ ແລະ​ເຮັດ­ການ​ພິ­ພາກ­ສາ​ລົງ­ໂທດ​ເຈົ້າ​ຕໍ່­ໜ້າ​ຂອງ​ຜູ້­ຍິງ​ເປັນ​ຈຳ­ນວນ​ຫລາຍ ເຮົາ​ຈະ​ເຮັດ­ໃຫ້​ເຈົ້າ​ຢຸດ​ຫລິ້ນ­ຊູ້ ແລະ​ເຈົ້າ​ຈະ​ບໍ່​ໃຫ້​ຄ່າ​ຈ້າງ​ອີກ​ຕໍ່­ໄປ +42 ເຮົາ​ຈະ​ລະ­ບາຍ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ໃສ່​ເຈົ້າ​ໃຫ້​ໝົດ ຄວາມ​ອິດ­ສາ​ຈະ​ໜີ​ຈາກ​ເຈົ້າ​ໄປ ເຮົາ​ຈະ​ສະ­ຫງົບ ແລະ​ບໍ່​ຄຽດ​ຮ້າຍ​ອີກ \ No newline at end of file diff --git a/16/43.txt b/16/43.txt new file mode 100644 index 00000000..c8fab64c --- /dev/null +++ b/16/43.txt @@ -0,0 +1 @@ +\v 43 ເພາະ­ວ່າ​ເຈົ້າ​ບໍ່­ໄດ້​ລະ­ນຶກ​ເຖິງ​ມື້​ທີ່​ເຈົ້າ​ຍັງ​ນ້ອຍ ແຕ່​ໄດ້​ເຮັດ­ໃຫ້​ເຮົາ​ຄຽດ​ຮ້າຍ ສິ່ງ​ເຫລົ່າ​ນີ້ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ເບິ່ງ​ແມ ເຮົາ​ຈະ​ຕອບ­ແທນ​ຕາມ​ທາງ​ປະ­ພຶດ​ຂອງ​ເຈົ້າ​ເທິງ​ຫົວ​ເຈົ້າ ເຈົ້າ​ຈະ​ບໍ່­ໄດ້​ປະ­ພຶດ​ຕົວ​ດ້ວຍ​ລາ­ຄະ​ຕັນ­ຫາ​ເພີ່ມ​ເຂົ້າ​ກັບ​ຄວາມ​ກຽດ­ຊັງ​ທັງ​ໝົດ​ຂອງ​ເຈົ້າ​ດອກ \ No newline at end of file diff --git a/16/44.txt b/16/44.txt new file mode 100644 index 00000000..bac9044e --- /dev/null +++ b/16/44.txt @@ -0,0 +1,2 @@ +\v 44 \v 45 ເບິ່ງ​ແມ ທຸກ​ຄົນ­ທີ່​ໃຊ້​ສຸ­ພາ­ສິດ​ຈະ​ໃຊ້​ສຸ­ພາ­ສິດ​ຕໍ່­ໄປ​ນີ້​ໃນ​ເລື່ອງ​ເຈົ້າ ຄື ‘ແມ່​ເປັນ​ຢ່າງ­ໃດ ລູກ­ສາວ​ກໍ​ເປັນ​ຢ່າງ​ນັ້ນ’ +45 ເຈົ້າ​ເປັນ​ລູກ­ສາວ​ຂອງ​ແມ່​ເຈົ້າ ຜູ້​ກຽດ­ຊັງ​ຜົວ ແລະ​ລູກ​ຂອງ­ຕົນ ເຈົ້າ​ເປັນ​ສາວ​ຄົນ​ກາງ­ຂອງ​ເອື້ອຍ ແລະ​ນ້ອງ­ສາວ​ຂອງ​ເຈົ້າ ຜູ້​ກຽດ­ຊັງ​ຜົວ ແລະ​ລູກ​ຂອງ­ຕົນ ແມ່​ຂອງ​ເຈົ້າ​ເປັນ​ຄົນ​ຮິດ­ຕີ ພໍ່​ຂອງ​ເຈົ້າ​ເປັນ​ຄົນ​ອະ­ໂມ­ຣີດ \ No newline at end of file diff --git a/16/46.txt b/16/46.txt new file mode 100644 index 00000000..518d5e16 --- /dev/null +++ b/16/46.txt @@ -0,0 +1 @@ +\v 46 ເອື້ອຍ​ຂອງ​ເຈົ້າ​ຄື​ຊາ­ມາ­ເຣຍ ຜູ້​ຢູ່​ກັບ​ລູກ­ສາວ​ເໜືອ​ເຈົ້າ​ທາງ​ດ້ານ​ຊ້າຍ ແລະ​ນ້ອງ­ສາວ​ຂອງ​ເຈົ້າ ຜູ້​ຢູ່​ທາງ​ດ້ານ​ຂວາ​ຂອງ​ເຈົ້າ ຄື​ໂຊ­ໂດມ​ກັບ​ລູກ­ສາວ​ຂອງ​ນາງ \ No newline at end of file diff --git a/16/47.txt b/16/47.txt new file mode 100644 index 00000000..fe61f1dd --- /dev/null +++ b/16/47.txt @@ -0,0 +1,2 @@ +\v 47 \v 48 ເຖິງ​ປານ​ນັ້ນ ເຈົ້າ​ກໍ​ຍັງ​ບໍ່​ພໍ­ໃຈ​ທີ່​ຈະ​ດຳ­ເນີນ​ໃນ​ທາງ​ທັງ­ຫລາຍ​ຂອງ​ພວກ­ເຂົາ ຫລື​ເຮັດ​ຕາມ​ສິ່ງ​ທີ່​ໜ້າ​ກຽດ­ຊັງ​ຂອງ​ພວກ­ເຂົາ ແຕ່​ເພາະ­ວ່າ​ມັນ​ເປັນ​ເລື່ອງ​ເລັກ­ນ້ອຍ​ເກີນ​ໄປ ແລ້ວ​ເຈົ້າ​ກໍ​ຊົ່ວ​ກວ່າ​ພວກ­ເຂົາ​ໃນ​ບັນ­ດາ​ທາງ​ທັງ​ໝົດ​ຂອງ​ເຈົ້າ +48 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ ໂຊ­ໂດມ​ນ້ອງ­ສາວ​ຂອງ​ເຈົ້າ​ກັບ​ລູກ­ສາວ​ຂອງ​ນາງ ກໍ​ບໍ່­ໄດ້​ເຮັດ​ເໝືອນ​ທີ່​ເຈົ້າ ແລະ​ລູກ­ສາວ​ຂອງ​ເຈົ້າ​ໄດ້​ເຮັດ \ No newline at end of file diff --git a/16/49.txt b/16/49.txt new file mode 100644 index 00000000..2a3e4fa4 --- /dev/null +++ b/16/49.txt @@ -0,0 +1,2 @@ +\v 49 \v 50 ເບິ່ງ​ແມ ນີ້­ແຫລະ​ເປັນ­ຄວາມ​ຊົ່ວ­ຊ້າ​ຂອງ​ໂຊ­ໂດມ​ນ້ອງ­ສາວ​ຂອງ​ເຈົ້າ​ຄື​ຕົວ​ນາງ ແລະ​ລູກ­ສາວ​ຂອງ​ນາງ​ມີ​ຄວາມ​ຈອງ­ຫອງ ມີ​ອາ­ຫານ​ເຫລືອ​ຮັບ​ປະ­ທານ ແລະ​ມີ​ຄວາມ​ສະ­ບາຍ​ເກີນ​ໄປ ບໍ່​ຊູ­ກຳ­ລັງ​ມື​ຄົນ​ຍາກ­ຈົນ ແລະ​ຄົນ​ຂັດ​ສົນ +50 ພວກ​ນາງ​ຈອງ­ຫອງ ແລະ​ເຮັດ​ສິ່ງ​ໜ້າ​ກຽດ­ຊັງ​ຕໍ່­ໜ້າ​ເຮົາ ເພາະ­ສະ­ນັ້ນ ເມື່ອ​ເຮົາ​ເຫັນ​ດີ​ແລ້ວ ເຮົາ​ຈຶ່ງ​ກຳ­ຈັດ​ນາງ​ເສຍ \ No newline at end of file diff --git a/16/51.txt b/16/51.txt new file mode 100644 index 00000000..ebec4718 --- /dev/null +++ b/16/51.txt @@ -0,0 +1,2 @@ +\v 51 \v 52 51 ຊາ­ມາ­ເຣຍ​ບໍ່­ໄດ້​ເຮັດ​ບາບ​ເຖິງ​ເຄິ່ງ​ຂອງ​ເຈົ້າ ເຈົ້າ​ເຮັດ​ຄວາມ​ໜ້າ​ກຽດ­ຊັງ​ຫລາຍ­ກວ່າ​ພວກ­ເຂົາ​ທັງ​ສອງ ແລະ​ໂດຍ​ຄວາມ​ກຽດ­ຊັງ​ທັງ​ໝົດ​ທີ່​ເຈົ້າ​ເຮັດ​ນັ້ນ ຈຶ່ງ​ເຮັດ­ໃຫ້​ເອື້ອຍ​ແລະ​ນ້ອງ­ສາວ​ຂອງ​ເຈົ້າ ເບິ່ງ​ເປັນ​ເໝືອນ​ຄົນ​ຊອບ­ທຳ +52 ເຈົ້າ​ຈົ່ງ​ທົນ​ຮັບ​ຄວາມ​ອັບ­ອາຍ​ຂາຍ­ໜ້າ​ເພາະ​ເຈົ້າ​ໄດ້​ເຮັດ­ໃຫ້​ການ​ພິ­ພາກ­ສາ​ເອນ­ອຽງ​ໄປ​ທາງ​ເອື້ອຍ ແລະ​ນ້ອງ­ສາວ​ຂອງ​ເຈົ້າ ພວກ​ນາງ​ຖືກ​ຫລາຍ­ກວ່າ​ເຈົ້າ ເພາະ​ບາບ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ ກໍ​ໜ້າ​ກຽດ­ຊັງ​ຫລາຍ­ກວ່າ​ພວກ​ນາງ​ອີກ ເຈົ້າ​ຈົ່ງ​ອັບ­ອາຍ​ສາ ແລະ​ຈົ່ງ​ທົນ​ຮັບ​ຄວາມ​ອັບ­ອາຍ​ຂາຍ­ໜ້າ​ຂອງ​ເຈົ້າ ເພາະ​ເຈົ້າ​ໄດ້​ເຮັດ­ໃຫ້​ເອື້ອຍ ແລະ​ນ້ອງ­ສາວ​ຂອງ​ເຈົ້າ​ເບິ່ງ​ເປັນ​ເໝືອນ​ຄົນ​ຊອບ­ທຳ \ No newline at end of file diff --git a/16/53.txt b/16/53.txt new file mode 100644 index 00000000..3820351c --- /dev/null +++ b/16/53.txt @@ -0,0 +1,3 @@ +\v 53 \v 54 \v 55 ເມື່ອ​ເຮົາ​ຈະ­ໃຫ້​ພວກ​ນາງ​ກັບ​ສູ່​ສະ­ພາບ​ເດີມ ທັງ​ສະ­ພາບ​ເດີມ​ຂອງ​ໂຊ­ໂດມ ແລະ​ລູກ­ສາວ ກັບ​ສະ­ພາບ​ເດີມ​ຂອງ​ຊາ­ມາ­ເຣຍ ແລະ​ລູກ­ສາວ ເຮົາ​ກໍ​ຈະ­ໃຫ້​ເຈົ້າ​ກັບ​ສູ່​ສະ­ພາບ​ເດີມ​ຂອງ​ເຈົ້າ​ທ່າມ­ກາງ​ເຂົາ​ດ້ວຍ +54 ເພື່ອ​ເຈົ້າ​ຈະ​ທົນ​ຮັບ​ຄວາມ​ອັບ­ອາຍ​ຂາຍ­ໜ້າ​ຂອງ​ເຈົ້າ ແລະ​ອັບ­ອາຍ​ສິ່ງ​ທີ່​ເຈົ້າ​ເຮັດ​ແລ້ວ​ທັງ​ໝົດ ໃຫ້­ເປັນ​ການ​ເລົ້າ​ໂລມ​ໃຈ​ແກ່​ເຂົາ +55 ເມື່ອ​ສ່ວນ​ເອື້ອຍ ແລະ​ນ້ອງ­ສາວ​ຂອງ​ເຈົ້າ ໂຊ­ໂດມ​ກັບ​ລູກ­ສາວ​ຂອງ​ນາງ​ຈະ​ໄດ້​ກັບ​ສູ່​ສະ­ພາບ​ເດີມ​ຂອງ­ຕົນ ແລະ​ຊາ­ມາ­ເຣຍ ກັບ​ລູກ­ສາວ​ຂອງ​ນາງ​ຈະ​ກັບ​ສູ່​ສະ­ພາບ​ເດີມ​ຂອງ­ຕົນ ສ່ວນ​ເຈົ້າ ແລະ​ລູກ­ສາວ​ຂອງ​ເຈົ້າ​ຈະ​ກັບ​ໄປ​ຍັງ​ສະ­ພາບ​ເດີມ​ຂອງ​ເຈົ້າ \ No newline at end of file