Sun Oct 13 2019 14:51:33 GMT+0700 (SE Asia Standard Time)
This commit is contained in:
parent
10b085ede5
commit
031725aa8a
|
@ -0,0 +1 @@
|
|||
\v 8 ເມື່ອເຮົາຜ່ານເຈົ້າໄປອີກເທື່ອໜຶ່ງ ແລະເບິ່ງເຈົ້າ ເບິ່ງແມ ເຈົ້າມີອາຍຸເຕັມສາວ ຮູ້ຈັກຮັກແລ້ວ ເຮົາກໍຂະຫຍາຍເສື້ອຄຸມເຈົ້າ ແລະປົກຄຸມຄວາມເປືອຍກາຍຂອງເຈົ້າໄວ້ ອົງພຣະຜູ້ເປັນເຈົ້າພຣະເຈົ້າກ່າວວ່າ ເຮົາໄດ້ປະຕິຍານ ແລະເຮັດຄຳໝັ້ນສັນຍາກັບເຈົ້າ ແລະເຈົ້າກໍເປັນຂອງເຮົາ
|
|
@ -0,0 +1,4 @@
|
|||
\v 9 \v 10 \v 11 \v 12 9 ເຮົາເອົາເຈົ້າອາບນ້ຳ ລ້າງເລືອດອອກຈາກເຈົ້າ ແລະເຈີມເຈົ້າດ້ວຍນ້ຳມັນ
|
||||
10 ເຮົາແຕ່ງຕົວເຈົ້າດ້ວຍເສື້ອຖັກແສ່ວ ແລະເອົາເກີບໜັງສຸບໃສ່ຕີນໃຫ້ເຈົ້າ ເຮົາພັນເຈົ້າໄວ້ດ້ວຍຜ້າປ່ານເນື້ອລະອຽດ ແລະຄຸມເຈົ້າໄວ້ດ້ວຍຜ້າ
|
||||
11 ເຮົາແຕ່ງຕົວເຈົ້າດ້ວຍເຄື່ອງເອ້ ສຸບປອກແຂນໃຫ້ເຈົ້າ ແລະໃສ່ສາຍຄໍໃຫ້ເຈົ້າ
|
||||
12 ເຮົາເອົາເພັດພອຍໃສ່ໜ້າຜາກເຈົ້າ ແລະໃສ່ຕຸ້ມຫູທີ່ຫູຂອງເຈົ້າ ແລະສຸບມົງກຸດງາມໄວ້ເທິງຫົວຂອງເຈົ້າ
|
|
@ -0,0 +1,2 @@
|
|||
\v 13 \v 14 ເຮົາປະດັບເຈົ້າດ້ວຍຄຳ ແລະເງິນ ເສື້ອຜ້າຂອງເຈົ້າກໍເປັນຜ້າປ່ານເນື້ອລະອຽດ ຜ້າ ແລະຜ້າຖັກແສ່ວ ເຈົ້າກິນຍອດແປ້ງ ນ້ຳເຜິ້ງ ແລະນ້ຳມັນ ເຈົ້າງາມເລີດ ແລະເຈົ້າຈະເລີນຂຶ້ນເປັນລາຊິນີ
|
||||
14 ຊື່ສຽງຂອງເຈົ້າກໍຊ່າລືໄປໃນທ່າມກາງປະຊາຊາດເພາະຄວາມງາມຂອງເຈົ້າ ດ້ວຍຄວາມງາມນັ້ນກໍສົມບູນ ເນື່ອງຈາກຄວາມງົດງາມທີ່ເຮົາໄດ້ທຸ້ມເທໃຫ້ເຈົ້າ ອົງພຣະຜູ້ເປັນເຈົ້າພຣະເຈົ້າກ່າວດັ່ງນີ້ແຫລະ
|
|
@ -0,0 +1,2 @@
|
|||
\v 15 \v 16 ແຕ່ເຈົ້າວາງໃຈໃນຄວາມງາມຂອງເຈົ້າ ແລະໄດ້ຫລິ້ນຊູ້ເພາະຊື່ສຽງຂອງເຈົ້າ ບໍ່ວ່າຜູ້ໃດຈະຜ່ານມາ ເຈົ້າກໍເຮັດໃຫ້ຫລົງໄປດ້ວຍການຫລິ້ນຊູ້ຂອງເຈົ້າ
|
||||
16 ເຈົ້າເອົາເສື້ອຜ້າຂອງເຈົ້າ ແລະເຈົ້າໄດ້ສ້າງບັນດາສະຖານທີ່ນະມັດສະການ ປະດັບຢ່າງດີ ແລ້ວກໍຫລິ້ນຊູ້ຢູ່ເທິງບ່ອນນັ້ນ ບໍ່ເຄີຍມີເໝືອນຢ່າງນີ້ມາກ່ອນ ຕໍ່ໄປກໍຈະບໍ່ມີອີກຈັກເທື່ອ
|
|
@ -0,0 +1,3 @@
|
|||
\v 17 \v 18 \v 19 ເຈົ້າຍັງເອົາເຄື່ອງປະດັບປະດາອັນງາມຂອງເຈົ້າ ຊຶ່ງເປັນຄຳຂອງເຮົາ ແລະເງິນຂອງເຮົາທີ່ເຮົາໄດ້ໃຫ້ແກ່ເຈົ້າ ແລ້ວເຈົ້າສ້າງເປັນຮູບຜູ້ຊາຍສຳລັບເຈົ້າ ເຈົ້າກໍຫລິ້ນຊູ້ຢູ່ກັບຮູບເຫລົ່ານັ້ນ
|
||||
18 ເຈົ້າເອົາເຄື່ອງແຕ່ງຕົວທີ່ຖັກແສ່ວໄປຫົ່ມຮູບເຫລົ່ານັ້ນໄວ້ ວາງນ້ຳມັນ ແລະເຄື່ອງຫອມຂອງເຮົາໄວ້ຕໍ່ໜ້າມັນ
|
||||
19 ອາຫານທີ່ເຮົາໃຫ້ແກ່ເຈົ້າກໍຄືກັນ ຄືເຮົາລ້ຽງເຈົ້າດ້ວຍຍອດແປ້ງ ນ້ຳມັນ ແລະນ້ຳເຜິ້ງ ເຈົ້າກໍເອົາມາວາງຕໍ່ໜ້າມັນ ໃຫ້ເປັນກິ່ນຫອມທີ່ພໍໃຈ ແລະກໍເປັນຢ່າງນັ້ນ ອົງພຣະຜູ້ເປັນເຈົ້າພຣະເຈົ້າກ່າວດັ່ງນີ້ແຫລະ
|
|
@ -0,0 +1,3 @@
|
|||
\v 20 \v 21 \v 22 ຫລາຍກວ່ານັ້ນອີກ ເຈົ້າໄດ້ນຳລູກຊາຍຂອງເຈົ້າ ແລະລູກສາວຂອງເຈົ້າ ຊຶ່ງເຈົ້າໄດ້ໃຫ້ບັງເກີດມາເພື່ອເຮົາ ເຈົ້າໄດ້ຖວາຍບູຊາແກ່ມັນເພື່ອໃຫ້ມັນເຜົາຜານ ການຫລິ້ນຊູ້ຂອງເຈົ້າຍັງເປັນສິ່ງເລັກນ້ອຍຢູ່ບໍ
|
||||
21 ເຈົ້າຈຶ່ງໄດ້ຂ້າລູກຂອງເຮົາຖວາຍແກ່ຮູບເຫລົ່ານັ້ນໂດຍໃຫ້ລຸຍໄຟ
|
||||
22 ຕະຫລອດຄວາມໜ້າກຽດຊັງຂອງເຈົ້າ ແລະການຫລິ້ນຊູ້ຂອງເຈົ້າ ເຈົ້າບໍ່ໄດ້ຈົດຈຳວັນເວລາທີ່ເຈົ້າຍັງນ້ອຍຢູ່ ເມື່ອເຈົ້າເປືອຍກາຍ ແລະບໍ່ມີເຄື່ອງນຸ່ງຫົ່ມ ນອນດີ້ນຢູ່ໃນກອງເລືອດຂອງເຈົ້າ
|
|
@ -0,0 +1,2 @@
|
|||
\v 23 \v 24 ຕໍ່ມາພາຍຫລັງ ຈາກຄວາມຊົ່ວຮ້າຍທັງໝົດຂອງເຈົ້າ (ອົງພຣະຜູ້ເປັນເຈົ້າພຣະເຈົ້າກ່າວວ່າ ວິບັດ ວິບັດແກ່ເຈົ້າ)
|
||||
24 ເຈົ້າໄດ້ສ້າງຫ້ອງຫລັງຄາໂຄ້ງສຳລັບຕົນ ຖະໜົນທຸກສາຍເຈົ້າກໍສ້າງສະຖານທີ່ສູງນະມັດສະການສຳລັບຕົນ
|
|
@ -0,0 +1,2 @@
|
|||
\v 25 \v 26 ຫົວຖະໜົນທຸກແຫ່ງເຈົ້າສ້າງສະຖານທີ່ສູງນະມັດສະການຂອງເຈົ້າ ແລະເອົາຄວາມງາມຂອງເຈົ້າມາເຮັດສິ່ງທີ່ໜ້າກຽດຊັງ ເຈົ້າໄດ້ມອບຕົວຂອງເຈົ້າໃຫ້ຜູ້ທີ່ຜ່ານໄປມາບໍ່ວ່າໃຜ ແລະທະວີການຫລິ້ນຊູ້ຂອງເຈົ້າ
|
||||
26 ເຈົ້າໄດ້ຫລິ້ນຊູ້ກັບຄົນເອຢິບ ຊຶ່ງເປັນເພື່ອນບ້ານທີ່ຮັກຫລາຍຂອງເຈົ້າ ທະວີການຫລິ້ນຊູ້ຂອງເຈົ້າເພື່ອເຮັດໃຫ້ເຮົາຄຽດຮ້າຍ
|
|
@ -0,0 +1,3 @@
|
|||
\v 27 \v 28 \v 29 ບິ່ງແມ ເຮົາຈຶ່ງຢຽດມືຂອງເຮົາອອກຕໍ່ສູ້ເຈົ້າ ແລະຫລຸດອາຫານສ່ວນແບ່ງຂອງເຈົ້າລົງ ແລະມອບເຈົ້າໄວ້ໃຫ້ແກ່ພວກທີ່ກຽດຊັງເຈົ້າ ໃຫ້ເຂົາເຮັດຕາມໃຈມັກ ຄືບັນດາລູກສາວຄົນຟີລິດສະຕີນ ຜູ້ຊຶ່ງອັບອາຍໃນການປະພຶດອັນໜ້າອັບອາຍຂອງເຈົ້າ
|
||||
28 ເຈົ້າຍັງຫລິ້ນຊູ້ກັບຄົນອັດຊີເຣຍດ້ວຍ ເພາະວ່າເຈົ້າບໍ່ຮູ້ຈັກອີ່ມ ເຈົ້າຫລິ້ນຊູ້ກັບພວກເຂົາທັງຫລາຍ ເຖິງປານນັ້ນເຈົ້າກໍຍັງບໍ່ອີ່ມໃຈ
|
||||
29 ເຈົ້າຍັງທະວີການຫລິ້ນຊູ້ຂອງເຈົ້າໃນແຜ່ນດິນການາອານກັບຄົນບາບີໂລນ ເຖິງແມ່ນກັບແຜ່ນດິນນີ້ເຈົ້າກໍຍັງບໍ່ອີ່ມໃຈ
|
|
@ -0,0 +1,2 @@
|
|||
\v 30 \v 31 ອົງພຣະຜູ້ເປັນເຈົ້າພຣະເຈົ້າກ່າວວ່າ ໃຈຂອງເຈົ້າເປັນພະຍາດຮັກແທ້ໆ ໃນເມື່ອເຈົ້າເຮັດສິ່ງເຫລົ່ານີ້ ຊຶ່ງເປັນການກະທຳຂອງຍິງບໍ່ສັດຊື່ ທີ່ບໍ່ຮູ້ອາຍ
|
||||
31 ຄືສ້າງຫ້ອງຫລັງຄາໂຄ້ງໄວ້ທີ່ຫົວຖະໜົນທຸກແຫ່ງ ແລະສ້າງສະຖານທີ່ສູງຂອງເຈົ້າໄວ້ຕາມຖະໜົນທຸກສາຍ ເຖິງປານນັ້ນ ເຈົ້າກໍຍັງບໍ່ເໝືອນຍິງບໍ່ສັດຊື່ ເພາະເຈົ້າປະໝາດຄ່າຈ້າງ
|
Loading…
Reference in New Issue