1 line
2.0 KiB
Plaintext
1 line
2.0 KiB
Plaintext
\v 17 ເມື່ອດາວິດໄດ້ຮັບຮູ້ໃນເລື່ອງນີ້, ພະອົງໄດ້ຊົງຮວບຮວມຊາວອິດສະຣາເອນທັງຫມົດ, ໄດ້ຂ້າມແມ່ນ້ຳຈໍແດນ, ແລະໄດ້ມາເຖິງເຮລາມ. ຄົນອາຣາມກໍໄດ້ຈັດແນວຮົບຂອງພວກເຂົາ ເຂົ້າຕໍ່ສູ້ດາວິດ ແລະ ໄດ້ສູ້ຮົບກັບພະອົງ. \v 18 ຄົນອາຣາມໄດ້ຫນີຈາກອິດສະຣາເອນ. ດາວິດໄດ້ປະຫານຄົນອາຣາມ ຊຶ່ງເປັນທະຫານລົດມ້າເສິກເຈັດຮ້ອຍຄົນ ແລະ ທະຫານມ້າສີ່ຫມື່ນຄົນ. ໂຊບັກແມ່ທັບຂອງພວກເຂົາໄດ້ຮັບບາດເຈັບ ແລະຕາຍຢູ່ທີ່ນັ້ນ. \v 19 ເມື່ອບັນດາກະສັດພວກຜູ້ຮັບໃຊ້ຂອງອາດາເດເຊເຫັນວ່າ ພວກເຂົາໄດ້ພ່າຍແພ້ຕໍ່ອິດສະຣາເອນ, ພວກເຂົາກໍໄດ້ເຮັດສັນຍາສະຫງົບເສິກກັບອິດສະຣາເອນ ແລະ ໄດ້ຍອມຮັບໃຊ້ພວກເຂົາ. ດັ່ງນັ້ນຄົນອາຣາມຈຶ່ງຢ້ານທີ່ຈະຊ່ວຍປະຊາຊົນຂອງຄົນອຳໂມນອີກຕໍ່ໄປ. |