\v 17 ເມື່ອ​​ດາ​ວິດ​ໄດ້ຮັບ​ຮູ້ໃນເລື່ອງນີ້, ພ​ະ​ອົງ​ໄດ້​ຊົງ​ຮວບ​ຮວມ​ຊາວອິດ​ສະ​ຣາ​ເອນ​ທັງ​ຫມົດ, ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ, ແລະ​ໄດ້​ມາ​ເຖິງ​ເຮ​ລາມ. ຄົນ​ອາຣາມ​ກໍ​ໄດ້​ຈັດ​ແນວ​ຮົບ​ຂອງ​ພວກ​ເຂົາ ​ເຂົ້າ​ຕໍ່​ສູ້​ດາ​ວິດ​ ແລະ​ ໄດ້​ສູ້​ຮົບ​ກັບ​ພ​ະ​ອົງ. \v 18 ຄົນອາຣາມໄດ້​ຫນີ​ຈາກ​​ອິດ​ສະ​ຣາ​ເອນ. ດາ​ວິດ​ໄດ້​ປະ​ຫານ​ຄົນ​ອາຣາມ ​ຊຶ່ງ​ເປັນ​ທະ​ຫານ​ລົດ​ມ້າເ​ສິກ​ເຈັດ​ຮ້ອຍ​ຄົນ ແລະ​ ທະ​ຫານ​ມ້າ​ສີ່​ຫມື່ນ​ຄົນ. ໂຊ​ບັກ​ແມ່​ທັບ​ຂອງ​ພວກ​ເຂົາ​ໄດ້​ຮັບ​ບາດ​ເຈັບ ​ແລະ​ຕາຍຢູ່ທີ່​ນັ້ນ. \v 19 ເມື່ອ​ບັນ​ດາ​ກະ​ສັດ​ພວກ​ຜູ້​ຮັບ​ໃຊ້​ຂອງ​ອາ​ດາ​ເດ​ເຊ​ເຫັນ​ວ່າ ພວກ​ເຂົາ​ໄດ້​ພ່າຍ​ແພ້​ຕໍ່​ອິດ​ສະ​ຣາ​ເອນ, ພວກ​ເຂົາ​ກໍ​ໄດ້​ເຮັດ​ສັນ​ຍາ​ສະ​ຫງົບ​ເສິກ​ກັບ​ອິດ​ສະ​ຣາ​ເອນ ແລະ ​ໄດ​້ຍອມ​ຮັບ​ໃຊ້​ພວກ​ເຂົາ. ດັ່ງ​ນັ້ນ​ຄົນ​ອາຣາມ​ຈຶ່ງ​ຢ້ານ​ທີ່​ຈະ​ຊ່ວຍ​ປະ​ຊາ​ຊົນ​ຂອງ​ຄົນ​ອຳ​ໂມນ​ອີກ​ຕໍ່​ໄປ.