2019-10-14 05:08:00 +00:00
|
|
|
\v 17 ເມື່ອດາວິດໄດ້ຮັບຮູ້ໃນເລື່ອງນີ້, ພະອົງໄດ້ຊົງຮວບຮວມຊາວອິດສະຣາເອນທັງຫມົດ, ໄດ້ຂ້າມແມ່ນ້ຳຈໍແດນ, ແລະໄດ້ມາເຖິງເຮລາມ. ຄົນອາຣາມກໍໄດ້ຈັດແນວຮົບຂອງພວກເຂົາ ເຂົ້າຕໍ່ສູ້ດາວິດ ແລະ ໄດ້ສູ້ຮົບກັບພະອົງ. \v 18 ຄົນອາຣາມໄດ້ຫນີຈາກອິດສະຣາເອນ. ດາວິດໄດ້ປະຫານຄົນອາຣາມ ຊຶ່ງເປັນທະຫານລົດມ້າເສິກເຈັດຮ້ອຍຄົນ ແລະ ທະຫານມ້າສີ່ຫມື່ນຄົນ. ໂຊບັກແມ່ທັບຂອງພວກເຂົາໄດ້ຮັບບາດເຈັບ ແລະຕາຍຢູ່ທີ່ນັ້ນ. \v 19 ເມື່ອບັນດາກະສັດພວກຜູ້ຮັບໃຊ້ຂອງອາດາເດເຊເຫັນວ່າ ພວກເຂົາໄດ້ພ່າຍແພ້ຕໍ່ອິດສະຣາເອນ, ພວກເຂົາກໍໄດ້ເຮັດສັນຍາສະຫງົບເສິກກັບອິດສະຣາເອນ ແລະ ໄດ້ຍອມຮັບໃຊ້ພວກເຂົາ. ດັ່ງນັ້ນຄົນອາຣາມຈຶ່ງຢ້ານທີ່ຈະຊ່ວຍປະຊາຊົນຂອງຄົນອຳໂມນອີກຕໍ່ໄປ.
|