6.1 KiB
ຂໍ້ມູນທົ່ວໄປ:
ເອຊາຢາສືບຕໍ່ບອກເຖິງສິ່ງທີ່ພຣະເຈົ້າໄດ້ພິພາກສາຕໍ່ສູ້ຊົນຊາດຕ່າງໆໃນ 13:1-23:18
ຄຳປະກາດກ່ຽວກັບຕີເຣ
"ນີ້ແມ່ນສິ່ງທີ່ພຣະຢາເວປະກາດກ່ຽວກັບຕີເຣ"
ເຮືອທັງຫລາຍຂອງເມືອງຕາກຊິດເອີຍ ຈົ່ງຄ່ຳຄວນ
ທີ່ນີ້ "ເຮືອທັງຫລາຍ" ເປັນຕົວແທນເຖິງຄົນເທິງເຮືອທັງຫລາຍ. ເອຊາຢາເວົ້າກ່ຽວກັບຄົນຢູ່ເທິງເຮືອຂອງຕາກຊິດ ເຫມືອນກັບວ່າພວກເຂົາສາມາດໄດ້ຍິນ. ອາດແປໄດ້ອີກວ່າ: "ຈົ່ງໄຫ້ຄໍ່າຄວນອອກມາໃນຄວາມຫມົດຫວັງຂອງເຈົ້າຄົນທັງຫລາຍທີ່ຢູ່ໃນເຮືອທັງຫລາຍຂອງຕາກຊິດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-apostrophe]])
ທ່າເຮືອ
ຂົງເຂດຂອງທະເລທີ່ໃກ້ກັບແຜ່ນດິນ ແລະປອດໄພສຳລັບເຮືອທັງຫລາຍ
ໄດ້ຮັບການເປີດເຜີຍກ່ຽວກັບເມືອງນີ້ຈາກແຜ່ນດິນໄປໄຊປຣັດ
ສຳນວນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຄົນທັງຫລາຍທີ່ໄດ້ຍິນກ່ຽວກັບຕີເຣ ເມື່ອພວກເຂົາຢູ່ໃນດິນແດນໄຊປຣັດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-names]] ແລະ [[rc:///ta/man/translate/figs-activepassive]])
ຈົ່ງງຽບໄວ້, ເຈົ້າທີ່ອາໄສຢູ່ແຄມທະເລ
ເອຊາຢາສືບຕໍ່ເວົ້າກັບປະຊາຊົນທີ່ອາໄສຢູ່ແຄມທະເລເຫມືອນກັບວ່າ ພວກເຂົາສາມາດໄດ້ຍິນລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-apostrophe)
ຈົ່ງງຽບໄວ້
ນີ້ແມ່ນສຳນວນ. ທີ່ນີ້ຄຳວ່າມິດງຽບຫມາຍເຖິງອາການຂອງການຊ໋ອກ ແລະປະຫລາດໃຈ. ອາດແປໄດ້ອີກວ່າ: "ເປັນຊ໋ອກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)
ແຄມທະເລ
"ແຄມທະເລ" ນີ້ແມ່ນແຜ່ນດິນທີໃກ້ ແລະອ້ອມຮອບທະເລແລະ ມະຫາສະຫມຸດ. ທີ່ນີ້ມັນຫມາຍເຖິງປະຊາຊົນທີ່ອາໄສຢູ່ໃນໂພນີເຊຍ ຊຶ່ງເປັນພົມແດນຂອງທະເລເມດີເຕຣາເນ.
ພໍ່ຄ້າແຫ່ງເມືອງຊີໂດນຜູ້ທີ່ເດີນທາງຂ້າມທະເລມາໄດ້ເຮັດໃຫ້ພວກເຈົ້າອີ່ມ
ຄຳວ່າ "ພໍ່ຄ້າ" ຫມາຍເຖິງ "ພໍ່ຄ້າຫລາຍຄົນ" ອາດແປໄດ້ອີກວ່າ: "ພວກພໍ່ຄ້າຂອງຊີໂດນ, ຜູ້ທີ່ເດີນທາງເຫນືອທະເລ, ໄດ້ເຮັດໃຫ້ພວກເຈົ້າຮັ່ງມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)
ເຂົ້າຈາກສີໂຫນໄດ້ຂ້າມນ້ຳຫລວງຫລາຍມາຜົນທີ່ເກັບກ່ຽວໄດ້
ສີໂຫນເປັນຊື່ຂອງເນີນພູເຂົາໃກ້ກັບແມ່ນໍ້ານິນ ໃນເອຢິບຮູ້ກັນດີວ່າມັນຜະລິດຜົນລະປູກໄດ້ດີ. ອາດແປໄດ້ອີກວ່າ: "ຄົນໄດ້ເດີນທາງທະເລກວ້າງໃຫຍ່ເພື່ອຂົນສົ່ງເຂົ້າມາຈາກສີໂຫນໃນເອຢິບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)
ຜົນທີ່ເກັບກ່ຽວໄດ້ແຫ່ງແມ່ນ້ຳນິນໄດ້ເປັນ ຜົນພະລິດຂອງເມືອງນັ້ນ
ເຂົ້າຖືກເກັບກ່ຽວໃກ້ແມ່ນໍ້ານິນ ແລະຂົນສົ່ງຂຶ້ນເທິງແມ່ນໍ້າແລະແລ້ວໄປທີ່ໂພນິເຊຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ຜົນຜະລິດຂອງເມືອງ
"ຜົນຜະລິດ." ມັນເປັນການທຳມະດາຫມາຍເຖິງແມ່ນໍ້າເຫມືອນ "ເມືອງ."
ເມືອງນັ້ນໄດ້ກາຍເປັນແຫ່ງຄ້າຂາຍຂອງຊົນຊາດທັງຫລາຍ
ການຄ້າເປັນກິດຈະກຳຂອງການຊື້ ແລະການຂາຍສິ່ງຂອງຕ່າງໆ. ທີ່ນີ້ "ຊົນຊາດທັງຫລາຍ" ເປັນຕົວແທນເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ເຈົ້າເປັນບ່ອນທີ່ປະຊາຊົນຈາກຊົນຊາດອື່ນໆທັງຫລາຍ ຈະມາຊື້ແລະຂາຍສິ່ງຂອງຕ່າງໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)