2.3 KiB
2.3 KiB
ຂໍ້ມູນທົ່ວໄປ:
ພຣະຢາເວຍັງສືບຕໍ່ປຣະທານແກ່ໂອບາດີຢາ ຖ້ອຍຄຳຂອງພຣະອົງຕໍ່ເອໂດມ.
ນ້ອງຊາຍຂອງເຈົ້າຢາໂຄບ
ອາດແປໄດ້ອີກວ່າ: "ຍາດຕິພີ່ນ້ອງຂອງເຈົ້າຜູ້ເປັນເຊື້ອສາຍຂອງຢາໂຄບ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ທ່ານຖືກປົກຄຸມດ້ວຍຄວາມອາຍ
"ເຈົ້າຈະຖືກເຮັດໃຫ້ອັບອາຍຢ່າງທີ່ສຸດ"
ເຈົ້າຈະຖືກຕັດຂາດຕະຫລອດໄປ
"ຈະບໍ່ມີຊີວິດຢູ່ອີກຕໍ່ໄປ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)
ຢືນຢູ່ໄກໆ
"ໄດ້ເບີ່ງ ແລະ ບໍ່ສາມາດຊ່ວຍຫຍັງໄດ້ເລີຍ"
ບັນດາຄົນແປກຫນ້າ
ປະຊາຊົນຈາກຊົນຊາດອຶ່ນໆ.
ຄວາມຮັ່ງມີຂອງລາວ
ຄຳວ່າ "ຂອງລາວ" ອ້າງອີງເຖິງ "ຢາໂຄບ," ຊຶ່ງວ່ານີ້ແມ່ນອີກວິທີຫນຶ່ງໃນການອ້າງອີງເຖິງປະຊາຊົນຊາວອິສະຣາເອນ.
ຈັບສະຫລາກເພື່ອແບ່ງນະຄອນເຢຣູຊາເລັມ
ວະລີນີ້ຫມາຍຄວາມວ່າ " ພວກເຂົາໄດ້ຈັບສະຫລາກວ່າຜູ້ໃດຈະໄດ້ສິ່ງຂອງມີຄ່າທີ່ພວກເຂົາຈະເອົາມາຈາກນະຄອນເຢຣູຊາເລັມ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)
ເຈົ້າກໍເປັນເຫມືອນຫນຶ່ງໃນພວກເຂົາ
"ມັນເຫມືອນກັບວ່າເຈົ້າເປັນໃນບັນດາຄົນແປກຫນ້າ ແລະ ຄົນຕ່າງຊາດທັງປວງດ້ວຍ."