2.4 KiB
ນີ້ແມ່ນໃຜນໍທີ່ມາຈາກເອໂດມ ... ເມືອງໂບສະຣາ
ເອຊາຢາເວົ້າໃນຖານະຜູ້ເຝົ້າຍາມໂດຍໃຊ້ຮູບແບບຄຳຖາມ ແລະ ຄຳຕອບເພື່ອນຳສະເຫນີຂໍ້ມູນນີ້ກ່ຽວກັບການຕັດສິນຂອງພຣະຢາເວຕໍ່ເອໂດມ, ສັດຕູຂອງອິດສະຣາເອນ. ຄຳຖາມທີ່ບໍ່ຫວັງຄໍາຕອບນີ້ສາມາດແປເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ເຮົາ,ພຣະຢາເວ, ມາຈາກເອໂດມ, ນຸ່ງເຄື່ອງສີແດງຈາກໂບສະຣາ" (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-rquestion)
ເມືອງໂບສະຣາ
ນີ້ແມ່ນເມືອງຫລວງຂອງເອໂດມ. (ເບິ່ງເພີ້ມເຕີມ: rc://*/ta/man/translate/translate-names)
ນີ້ຄືເຮົາເອງ
ຄຳວ່າ "ເຮົາ" ຫມາຍເຖິງພຣະຢາເວ.
ເປັນຫຍັງເຄື່ອງນຸ່ງຂອງພຣະອົງຈຶ່ງເປັນສີແດງ, ແລະ ເປັນຫຍັງ ... ຢຽບຫມາກອະງຸ່ນມາ?
ຄຳຖາມທີ່ບໍ່ຫວັງຄໍາຕອບນີ້ສາມາດແປເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ສີແດງໃນເຄື່ອງນຸ່ງຂອງພຣະອົງເຮັດໃຫ້ພຣະອົງເບິ່ງຄືກັບວ່າພຣະອົງກຳລັງຢຽບຫມາກອະງຸ່ນໃນບໍຍຽບເຫລົ້າອະງຸນ." (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-rquestion)
ຢຽບຫມາກອະງຸ່ນ
ບໍຢຽບນໍ້າອະງຸ່ນແມ່ນສະຖານທີ່ ທີ່ແກະສະຫລັກອອກຈາກໂງ່ນຫີນຢູ່ໃນພື້ນດິນ ເຊິ່ງຄົນງານຢຽບຫມາກອະງຸ່ນໂດຍເອົາຕີນຂອງພວກເຂົາລົງຢຽບ, ເພື່ອທີ່ຈະເອົານໍ້າອະງຸ່ນອອກມາ.