lo_tn/isa/62/10.md

2.2 KiB

ຈົ່ງຜ່ານເຂົ້າມາເຖີດ, ຈົ່ງຜ່ານປະຕູເຂົ້າມາ

ສໍານວນທີ່ວ່າ "ຈົ່ງຜ່ານ" ແມ່ນຖືກເວົ້າຊໍ້າໆເພື່ອສະແດງໃຫ້ເຫັນເຖິງຄວາມຮີບດ່ວນ.

ຈົ່ງສ້າງຂຶ້ນມາ, ຈົ່ງສ້າງທາງຫລວງ

ຄຳວ່າ "ສ້າງ" ແມ່ນຖືກເວົ້າຊໍ້າໆເພື່ອເນັ້ນຫນັກວ່າພຣະຢາເວ ຕ້ອງການທາງທີ່ ຖືກກຽມໄວຢ່າງຮີບດ່ວນ. "ທາງຫລວງ" ຫມາຍເຖິງວິທີທີ່ປະຊາຊົນສາມາດກັບຄືນມາ. ນີ້ແມ່ນຄ້າຍຄືກັນກັບບົດ 40: 3 ແລະ 57:14. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metonymy)

ຈົ່ງເກັບກວດຫີນເຫລົ່ານັ້ນ

"ເອົາກ້ອນຫີນອອກຈາກທາງ ເພື່ອເຮັດໃຫ້ມັນກ້ຽງ." ກ້ອນຫີນເປັນຕົວແທນຂອງທຸກໆອຸປະສັກໃນການເດີນທາງໄວ. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metonymy)

ຈົ່ງຍົກສູງທຸງສັນຍານໃຫ້ແກ່ບັນດາປະຊາຊາດ

ທຸງສັນຍານຫມາຍເຖິງບາງສິ່ງບາງຢ່າງ ທີ່ຈະດຶງດູດຄວາມສົນໃຈຂອງຄົນອື່ນ. ນີ້ຫມາຍຄວາມວ່າພຣະຢາເວຊົງເອີ້ນປະຊາຊົນຂອງປະເທດອື່ນໆໃຫ້ສັງເກດແຜ່ນດິນອິດສະຣາເອນ ແລະ ເບິ່ງສິ່ງທີ່ພຣະຢາເວໄດ້ຊົງກະທໍາໃຫ້ສໍາເລັດຕາມທີ່ພຣະອົງໄດ້ກ່າວໄວ້. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metonymy)