2.2 KiB
2.2 KiB
ຂໍ້ມູນທົ່ວໄປ:
ພຣະຢາເວຍັງຄົງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ.
ຕີນຂອງພວກເຂົາແລ່ນໄປຫາຄວາມຊົ່ວ
ຄຳວ່າ "ຕີນ" ຫມາຍເຖິງຄວາມສາມາດໃນການໄປ ແລະ "ແລ່ນ" ຫມາຍເຖິງການເຮັດຢ່າງໄວວາ. ອາດແປໄດ້ອີກວ່າ: "ພວກເຂົາໄວໃນການເຮັດສິ່ງຊົ່ວຮ້າຍ" (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metonymy)
ແມ່ນຫົນທາງຂອງພວກເຂົາ
"ຫົນທາງ" ຫມາຍເຖິງວິຖີຊີວິດຂອງພວກເຂົາ. ອາດແປໄດ້ອີກວ່າ: "ພວກເຂົາເຮັດທຸກຢ່າງ" (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metaphor)
ບໍ່ມີຄວາມຍຸດຕິທຳໃນເສັ້ນທາງຂອງພວກເຂົາ
"ເສັ້ນທາງ" ຫມາຍເຖິງວິຖີຊີວິດຂອງພວກເຂົາ. ອາດແປໄດ້ອີກວ່າ: "ພວກເຂົາບໍ່ເຄີຍເຮັດໃນສິ່ງທີ່ຊອບທໍາ" ຫລື "ທຸກສິ່ງທີ່ພວກເຂົາເຮັດແມ່ນບໍ່ຍຸດຕິທຳ" (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metaphor)
ພວກເຂົາໄດ້ເຮັດໃຫ້ເສັ້ນທາງຄົດລ້ຽວ
“ເສັ້ນທາງຄົດລ້ຽວ” ຫມາຍເຖິງວິຖີຊີວິດທີ່ເສື່ອມເສຍ. ອາດແປໄດ້ອີກວ່າ: "ພວກເຂົາເວົ້າແລະເຮັດສິ່ງທີ່ບໍ່ສັດຊື່. ພວກເຂົາເປັນຄົນຂີ້ຕົວະຫລອກລວງ" (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metaphor)