lo_tn/isa/49/26.md

2.8 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າກັບຊີໂອນຄືກັບວ່າມັນເປັນຄົນ.

ເຮົາຈະລ້ຽງຜູ້ຄົນທີ່ກົດຂີ່ເຈົ້າດ້ວຍເນື້ອຫນັງຂອງພວກເຂົາເອງ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຜູ້ກົດຂີ່ຂົ່ມເຫັງຈະມີຄວາມຫິວໂຫຍຈົນພວກເຂົາຈະກິນເນື້ອຫນັງຂອງຫມູ່ເພື່ອນຂອງພວກເຂົາທີ່ຕາຍໄປ. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ຜູ້ກົດຂີ່ເຈົ້າກິນເນື້ອຂອງຕົວເອງ" ຫລື 2) ພຣະຢາເວກ່າວເຖິງຜູ້ກົດຂີ່ທີ່ຕໍ່ສູ້ແລະທຳລາຍຕົວເອງຄືກັບວ່າພວກເຂົາກຳລັງກິນຕົວເອງ. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ຜູ້ກົດຂີ່ເຈົ້າ ທຳລາຍຕົວເອງຄືກັບວ່າພວກເຂົາກຳລັງກິນເນື້ອຂອງຕົວເອງ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)

ພວກເຂົາຈະມຶນເມົາດ້ວຍເລືອດຂອງພວກເຂົາເຫມືອນກັບວ່າເປັນເຫລົ້າອະງຸ່ນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຜູ້ກົດຂີ່ຂົ່ມເຫັງຈະຫິວນໍ້າຈົນພວກເຂົາດື່ມເລືອດຂອງຫມູ່ເພື່ອນຂອງພວກເຂົາທີ່ຕາຍໄປແລ້ວ.ອາດແປໄດ້ອີກວ່າ: "ແລະພວກເຂົາຈະດື່ມເລືອດຫມູ່ ເພື່ອນຂອງພວກເຂົາແລະເປັນຄືກັບຄົນທີ່ອ່ອນແອທີ່ເມົາເຫລົ້າ" ຫລື 2) ພຣະຢາເວກ່າວເຖິງຜູ້ກົດຂີ່ແລະທຳລາຍຕົວເອງຄືກັບວ່າພວກເຂົາດື່ມເລືອດຂອງພວກເຂົາເອງ.ອາດແປໄດ້ອີກວ່າ: "ແລະພວກເຂົາຈະຫລັ່ງເລືອດຫມູ່ເພື່ອນຂອງພວກເຂົາຫລາຍ ຈົນຄືກັບວ່າພວກເຂົາກຳລັງເມົາເຫລົ້າ" (ເບີ່ງເພີ່ມເຕີ່ມ: rc://*/ta/man/translate/figs-metaphor)