lo_tn/isa/49/23.md

3.1 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າກັບຊີໂອນຄືກັບວ່າມັນແມ່ນຜູ້ຍິງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ກະສັດທັງຫລາຍຈະເປັນພໍ່ອຸປະຖໍາຂອງເຈົ້າ, ແລະ ຣາຊິນີທັງຫລາຍຈະເປັນແມ່ລ້ຽງຂອງເຈົ້າ

ພຣະຢາເວກ່າວເຖິງຜູ້ຄົນທີ່ຈະອາໄສຢູ່ໃນຊີໂອນຄືກັບວ່າພວກເຂົາເປັນລູກຂອງເມືອງ. ຄຳສັບທີ່ວ່າ "ພໍ່ອຸປະຖໍາ" ແລະ "ແມ່ລ້ຽງ" ຫມາຍເຖິງຜູ້ຊາຍ ແລະຜູ້ຍິງທີ່ມີຄວາມຮັບຜິດຊອບໃນການເບິ່ງແຍງເດັກນ້ອຍ. ອາດແປໄດ້ອີກວ່າ: "ບັນດາກະສັດ ແລະພວກຣາຊິນີຂອງປະເທດອື່ນໆຈະຈັດຕ້ຽມໃຫ້ກັບຜູ້ທີ່ອາໄສຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາຈະກົ້ມຂາບເຈົ້າຈົນໃບຫນ້າພວກເຂົາຕິດກັບພື້ນດິນແລະເລຍຂີ້ຝຸ່ນຢູ່ຕີນຂອງເຈົ້າ

ສໍານວນເຫລົ່ານີ້ອະທິບາຍເຖິງທ່າທາງທີ່ຜູ້ຄົນໃຊ້ເພື່ອສະແດງເຖິງການຍອມຈໍານົນຢ່າງສົມບູນຕໍ່ຜູ້ບັງຄັບບັນຊາ.

ເລຍຂີ້ຝຸ່ນຢູ່ຕີນຂອງເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ວ່ານີ້ແມ່ນການສະແດງອອກຢ່າງແທ້ຈິງຂອງການຍອມຈຳນົນທີ່ບຸກຄົນນັ້ນເລຍຂີ້ຝຸ່ນອອກຈາກຕີນຂອງຜູ້ບັງຄັບບັນຊາ ຫລື ຈາກພື້ນດິນທີ່ຕີນຜູ້ບັງຄັບບັນຊາຢືນຢູ່ ຫລື 2) ວ່ານີ້ແມ່ນສໍານວນທີ່ອະທິບາຍເຖິງບຸກຄົນທີ່ກົ້ມຫົວຕົວເອງຕໍ່ຫນ້າຜູ້ບັງຄັບບັນຊາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຈະບໍ່ໄດ້ຮັບຄວາມອັບອາຍ

ມັນສາມາດເວົ້າໃນຮູບແບບການກະທຳໄດ້ເຊັ່ນກັນ. ອາດແປໄດ້ອີກວ່າ: "ຈະບໍ່ອັບອາຍ" ຫລື "ຈະບໍ່ຜິດຫວັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)