lo_tn/isa/49/10.md

2.7 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າຕໍ່ໄປ.

ພວກເຂົາຈະບໍ່

ໃນທີ່ນີ້ຄຳວ່າ “ພວກເຂົາ” ຫມາຍເຖິງປະຊາຊົນຂອງພຣະເຈົ້າ.

ອີກທັງຄວາມຮ້ອນຫລືແສງຕາເວັນຈະບໍ່ໂຈມຕີພວກເຂົາ,

ໃນທີ່ນີ້ຄຳວ່າ "ຄວາມຮ້ອນ" ອະທິບາຍຄຳວ່າ "ດວງອາທິດ." ປະຊາຊົນທຸກທໍລະມານຈາກຄວາມຮ້ອນຂອງແສງຕາເວັນ ໄດ້ຖືກເວົ້າເຖິງຄືກັບວ່າຄວາມຮ້ອນກະທົບພວກເຂົາ. ອາດແປໄດ້ອີກວ່າ: "ພວກເຂົາຈະບໍ່ທົນທຸກຈາກຄວາມຮ້ອນຂອງແສງແດດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-hendiadys]] ແລະ [[rc:///ta/man/translate/figs-metaphor]])

ເພາະວ່າພຣະອົງຜູ້ທີ່ມີຄວາມເມດຕາສົງສານຕໍ່ພວກເຂົາ ... ພຣະອົງຈະນຳພາພວກເຂົາໄປ

ພຣະຢາເວກ່າວເຖິງພຣະອົງໃນບຸກຄົນທີສາມ. ພຣະອົງເວົ້າເຖິງການປົກປ້ອງປະຊາຊົນ ແລະ ເບິ່ງແຍງພວກເຂົາຄືກັບວ່າພຣະອົງເປັນຜູ້ລ້ຽງຂອງພວກເຂົາ. ອາດແປໄດ້ອີກວ່າ: "ເຮົາ, ຜູ້ທີ່ມີຄວາມເມດຕາຕໍ່ພວກເຂົາ ... ເຮົາຈະນໍາພາພວກເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-123person]] ແລະ [[rc:///ta/man/translate/figs-metaphor]])

ເຮົາຈະເຮັດໃຫ້ພູເຂົາທັງຫລາຍກາຍເປັນຖະຫນົນ, ແລະເຮັດໃຫ້ລະດັບເສັ້ນທາງຫລວງຮາບລຽບ

ພຣະຢາເວກ່າວເຖິງການນຳພາປະຊາຊົນຂອງພຣະອົງຢ່າງປອດໄພ ແລະ ກຳຈັດອຸປະສັກຕ່າງໆຈາກເສັ້ນທາງຂອງພວກເຂົາ ຄືກັບວ່າພຣະອົງປ່ຽນພູເຂົາໃຫ້ເປັນຫົນທາງ ແລະເສັ້ນທາງຫລວງຮາບລຽບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)