lo_tn/isa/49/08.md

3.4 KiB

ໃນເວລານັ້ນເຮົາຕັ້ງໃຈສະແດງຄວາມພໍໃຈຂອງເຮົາ ເຮົາຈະຕອບເຈົ້າ, ແລະໃນວັນແຫ່ງຄວາມລອດເຮົາຈະຊ່ວຍເຈົ້າ

ສອງຂໍ້ນີ້ມີຄວາມຫມາຍໂດຍພື້ນຖານສິ່ງດຽວກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເຮົາຈະຕອບເຈົ້າ

ຄຳວ່າ “ເຈົ້າ” ຫມາຍເຖິງຜູ້ຮັບໃຊ້ຂອງພຣະຢາເວ.

ໃນວັນແຫ່ງຄວາມລອດ

ໃນທີ່ນີ້ຄຳວ່າ "ວັນ" ຫມາຍເຖິງເວລາສະເພາະ ແລະ ບໍ່ແມ່ນມືທີ່ມີ 24 ຊົ່ວໂມງ. ຄຳວ່າຄວາມລອດພົ້ນສາມາດແປເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ເມື່ອຮອດເວລາທີ່ເຮົາຈະຊ່ວຍເຈົ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-abstractnouns]])

ໃຫ້ເຈົ້າເປັນພັນທະສັນຍາສຳລັບປະຊາຊົນ

ໃນທີ່ນີ້ຄຳວ່າ “ພັນທະສັນຍາ” ແມ່ນຄຳຈໍາລອງສຳລັບຜູ້ທີ່ສ້າງ ຫລື ໄກ່ເກ່ຍພັນທະສັນຍາ. ເບິ່ງວິທີທີ່ທ່ານແປປະໂຫຍກທີ່ຄ້າຍຄືກັນນີ້ໃນບົດ 42: 5. ອາດແປໄດ້ອີກວ່າ: "ເຮັດໃຫ້ທ່ານເປັນຜູ້ໄກ່ເກ່ຍຂອງພັນທະສັນຍາກັບປະຊາຊົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພື່ອສ້າງສາແຜ່ນດິນນັ້ນຂຶ້ນໃຫມ່

ໃນທີ່ນີ້ຄຳວ່າ “ແຜ່ນດິນ” ຫມາຍເຖິງບັນດາຕົວເມືອງໃນດິນແດນທີ່ຖືກທຳລາຍ. ອາດແປໄດ້ອີກວ່າ: "ເພື່ອສ້າງສາສະຖານທີ່ທີ່ຖືກທຳລາຍໃນແຜ່ນດິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພື່ອມອບທີ່ຮ້າງເປົ່າເປັນມໍລະດົກ.

ພຣະຢາເວກ່າວເຖິງແຜ່ນດິນຄືກັບວ່າມັນເປັນມໍລະດົກທີ່ປະຊາຊົນອິດສະຣາເອນໄດ້ຮັບເປັນກຳມະສິດຖາວອນ. ມັນຫມາຍຄວາມວ່າຜູ້ຮັບໃຊ້ຕ້ອງໂອນທີ່ດິນໃຫ້ແກ່ປະຊາຊົນອິດສະຣາເອນ. ອາດແປໄດ້ອີກວ່າ: "ຈັດສັນເນື້ອທີ່ດິນທີ່ຖືກ ທຳລາຍໃຫ້ປະຊາຊົນອິດສະຣາເອນເປັນມູນມໍລະດົກຂອງພວກເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-explicit]])