lo_tn/isa/49/05.md

3.9 KiB

ຂໍ້ມູນທົ່ວໄປ:

ຜູ້ຮັບໃຊ້ຂອງພຣະຢາເວຍັງສືບຕໍ່ເວົ້າ.

ເພື່ອທີ່ຈະຮວບຮວມອິດສະຣາເອນມາຫາພຣະອົງ

ສໍານວນສ່ວນນີ້ມີຄວາມຫມາຍ ຄືກັນກັບພາກສ່ວນກ່ອນຫນ້ານີ້. ນີ້ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ເພື່ອນຳປະຊາຊົນອິດສະຣາເອນກັບ ຄືນມາຫາຕົວພຣະອົງເອງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-parallelism]])

ເພາະຂ້ານ້ອຍໄດ້ຮັບກຽດກຽດໃນສາຍພຣະເນດຂອງພຣະຢາເວ

ຄຳວ່າ “ຕາ” ສະແດງເຖິງຄວາມຄິດ ຫລື ຄວາມຄິດເຫັນຂອງພຣະຢາເວ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ໃຫ້ກຽດຂ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ພຣະເຈົ້າຂອງຂ້ານ້ອຍໄດ້ຊົງເປັນກຳລັງຂອງຂ້ານ້ອຍ

ພຣະເຈົ້າໃຫ້ຄວາມເຂັ້ມແຂງແກ່ຜູ້ຮັບໃຊ້ຖືກເວົ້າເຖິງ ຄືກັບວ່າພຣະເຈົ້າເອງຊົງເປັນກຳລັງຂອງລາວ. ອາດແປໄດ້ອີກວ່າ: "ພຣະເຈົ້າຂອງຂ້ານ້ອຍໄດ້ໃຫ້ກຳລັງແກ່ຂ້ານ້ອຍ" ຫລື "ພຣະເຈົ້າຂອງຂ້ານ້ອຍໄດ້ເສີມກຳລັງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະເຮັດໃຫ້ເຈົ້າເປັນແສງສະຫວ່າງແກ່ຄົນຕ່າງຊາດ

ຜູ້ຮັບໃຊ້ທີ່ນຳຂ່າວສານຂອງພຣະຢາເວໄປຍັງຄົນຕ່າງຊາດແລະຊ່ວຍພວກເຂົາໃຫ້ເຂົ້າໃຈມັນຖືກເວົ້າ ຄືກັບວ່າພຣະຢາເວຊົງສ້າງແສງສະຫວ່າງໃຫ້ຜູ້ຮັບໃຊ້ ເພື່ອສ່ອງແສງໃນບັນດາຄົນຕ່າງຊາດ. ເບິ່ງວິທີທີ່ທ່ານແປປະໂຫຍກທີ່ຄ້າຍຄືກັນນີ້ໃນບົດ 42: 5. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ສຸດປາຍຂອງແຜ່ນດິນໂລກ

ສະຖານທີ່ຕ່າງໆຢູ່ເທິງແຜ່ນດິນໂລກທີ່ຢູ່ໄກອອກໄປແມ່ນຖືກເວົ້າເຖິງບ່ອນທີ່ແຜ່ນດິນໂລກສິ້ນສຸດລົງ. ປະໂຫຍກນີ້ມີຄວາມຫມາຍເຖິງຄວາມເມດຕາເຊັ່ນກັນ ແລະ ຫມາຍເຖິງຢູ່ທົ່ວທຸກແຫ່ງໃນລະຫວ່າງສຸດປາຍແຜ່ນດິນໂລກ. ອາດແປໄດ້ອີກວ່າ "ທຸກສະຖານທີ່ໄກສຸດທີ່ສຸດຂອງແຜ່ນດິນໂລກ" ຫລື "ທົ່ວແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-merism]])