lo_tn/isa/49/01.md

3.2 KiB

ຈົ່ງຟັງເຮົາ

ທີ່ນີ້ “ເຮົາ” ຫມາຍເຖິງຜູ້ຮັບໃຊ້ຂອງພຣະຢາເວ.

ແຜ່ນດິນແຄມທະເລ

ນີ້ຫມາຍເຖິງຄົນທີ່ອາໄສຢູ່ແຄມຝັ່ງທະເລ. ອາດແປໄດ້ອີກວ່າ: "ເຈົ້າຜູ້ທີ່ອາໃສຢູ່ແຄມຝັ່ງທະເລ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພຣະອົງໄດ້ຊົງເຮັດໃຫ້ປາກຂອງຂ້ອຍເປັນຄືດາບແຫລມ

ຄຳວ່າ "ປາກ" ແມ່ນຕົວແທນຂອງຄຳເວົ້າທີ່ລາວເວົ້າ. ຄຳເວົ້າຂອງລາວຖືກປຽບທຽບກັບດາບທີ່ແຫລມເພື່ອເນັ້ນຫນັກວ່າພວກເຂົາຈະມີປະສິດຕິຜົນດີ. ອາດແປໄດ້ອີກວ່າ: "ພຣະອົງໄດ້ເຮັດໃຫ້ຄຳເວົ້າຂອງຂ້ອຍມີປະສິດທິຜົນຄືກັບດາບແຫລມ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-simile]])

ພຣະອົງເຊື່ອງຂ້ອຍໄວ້ໃນຮົ່ມເງົາພຣະຫັດຂອງພຣະອົງ

ພຣະເຈົ້າຊົງປົກປ້ອງຜູ້ຮັບໃຊ້ຂອງພຣະອົງ ແລະ ຊົງຮັກສາຈຸດປະສົງຄວາມລັບຂອງພຣະອົງຖືກເວົ້າຖິງຄືວ່າມືພຣະຫັດຂອງພຣະຢາເວຊົງເປັນເງົາເຫນືອລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງໄດ້ເຮັດໃຫ້ຂ້ອຍເປັນລູກສອນຂັດມັນ; ພຣະອົງໄດ້ເຊື່ອງຂ້ອຍໄວ້ໃນແລ່ງທະນູຂອງພຣະອົງ.

ຜູ້ຮັບໃຊ້ຂອງພຣະຢາເວສາມາດປະຕິບັດຈຸດປະສົງຂອງພຣະຢາເວໄດ້ຢ່າງມີປະສິດທິຜົນຖືກເວົ້າເຖິງວ່າຜູ້ຮັບໃຊ້ນັ້ນເປັນລູກສອນແຫລມ ແລະ ໃຫມ່. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງໄດ້ເຊື່ອງຂ້ອຍໄວ້ໃນແລ່ງທະນູຂອງພຣະອົງ.

ພຣະຢາເວປົກປ້ອງຜູ້ຮັບໃຊ້ຂອງພຣະອົງ ແລະ ຮັກສາຈຸດປະສົງຂອງພຣະອົງຢ່າງລັບໆຄືກັບວ່າພຣະຢາເວຊົງຮັກສາລາວໄວ້ໃນແລ່ງທະນູ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລ່ງທະນູ

ກ່ອງທີ່ໃຊ້ໃນການໃສ່ລູກທະນູ