lo_tn/isa/47/14.md

2.1 KiB

ປະໂຫຍກການເຊື່ອມຕໍ່:

ພຣະຢາເວຍັງສືບຕໍ່ເວົ້າກັບຊາວບາບີໂລນ ກ່ຽວກັບການຕົກຕໍ່າຂອງນາງ ຄືກັບວ່ານາງເປັນລາຊິນີທີ່ຮັບຄວາມອັບອາຍ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-personification]])

ພວກເຂົາຈະເປັນເຫມືອນຕໍເຟືອງ. ໄຟຈະເຜົາໄຫມ້ພວກເຂົາ

ພຣະຢາເວປຽບທຽບບັນດາພວກເວດມົນ ແລະ ພວກໃຊ້ເວດມົນ ເປັນເຫມືອນກັບເຟືອງທີ່ລຸກໄຫມ້ຢ່າງໄວວາ. ນີ້ຫມາຍຄວາມວ່າພຣະຢາເວຈະທຳລາຍພວກເຂົາຢ່າງງ່າຍດາຍ ຄືກັບໄຟທີ່ເຜົາໄຫມ້ຕໍເຟືອງ, ແລະ ພວກເຂົາບໍ່ມີອໍານາດທີ່ຈະສາມາດຊ່ວຍຊາວບາບີໂລນໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພະລັງຂອງແປວໄຟ

ຄຳວ່າ "ມື" ສະແດງເຖິງຄວາມເຂັ້ມແຂງ. ອາດແປໄດ້ອີກວ່າ: "ພະລັງຂອງແປວໄຟ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ບໍ່ມີຖ່ານຫີນທີ່ຈະເຮັດໃຫ້ພວກເຂົາອົບອຸ່ນແລະບໍ່ມີໄຟໃຫ້ພວກເຂົານັ່ງຝີງ

ພຣະຢາເວເນັ້ນຫນັກວ່ານີ້ແມ່ນໄຟແຫ່ງການທຳລາຍ ໂດຍບອກວ່າມັນບໍ່ແມ່ນສິ່ງທີ່ຄົນເຮົາຈະໃຊ້ ເພື່ອໃຫ້ຮ່າງກາຍອົບອຸ່ນ.