3.2 KiB
ຂໍ້ມູນທົ່ວໄປ:
ໃນບົດນີ້, ພຣະຢາເວກ່າວກັບບາບີໂລນກ່ຽວກັບຄວາມຫາຍຍະນະຂອງນາງ ຄືກັບວ່າລາວເປັນລາຊິນີ ທີ່ຮັບຄວາມອັບອາບ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-personification]])
ນັ່ງຢູ່ໃນຂີ້ຝຸ່ນດິນ ... ທິດາພົມມະຈາລີຂອງບາບີໂລນເອີຍ; ຈົ່ງນັ່ງເທິງພື້ນດິນ ... ລູກສາວຂອງຊາວເຄເດຍເອີຍ.
ສອງສໍານວນນີ້ມີຄວາມຫມາຍໂດຍພື້ນຄືກັນ. ການນັ່ງຢູ່ໃນຂີ້ຝຸ່ນດິນແມ່ນສັນຍານຂອງຄວາມອັບອາຍ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/translate-symaction]])
ທິດາພົມມະຈາລີຂອງບາບີໂລນເອີຍ ... ລູກສາວຂອງຊາວເຄເດຍເອີຍ
ສໍານວນທັງສອງນີ້ກ່າວເຖິງເມືອງບາບີໂລນ ເຊິ່ງເວົ້າເຖິງຄືວ່າມັນດັງລູກສາວ. ວ່າເມືອງທີ່ແມ່ນ "ລູກສາວ" ສະແດງໃຫ້ເຫັນເຖິງວ່າຜູ້ຄົນຄິດແບບໃດກັບນາງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ບໍ່ມີບັນລັງ
ຄຳວ່າ “ບັນລັງ” ຫມາຍເຖິງອຳນາດໃນການປົກຄອງ. ອາດແປໄດ້ອີກວ່າ: "ບໍ່ມີອຳນາດໃນການປົກຄອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ເຈົ້າຈະບໍ່ຖືກເອີ້ນວ່າງົດງາມແລະອ່ອນໂຍນອີກຕໍ່ໄປ
ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ປະຊາຊົນຈະບໍ່ເອີ້ນທ່ານວ່າງົດງາມ ແລະ ອ່ອນໂຍນອີກຕໍ່ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)
ງົດງາມແລະອ່ອນໂຍນ
ສອງຄຳນີ້ມີຄວາມຫມາຍຄ້າຍຄືກັນ. ພວກເຂົາພັນລະນາເຖິງຄົນຫນຶ່ງທີ່ສວຍງາມ ແລະ ອາໄສຢູ່ໃນຄວາມຫລູຫລາ. ອາດແປໄດ້ອີກວ່າ: "ສວຍງາມຫລາຍ" ຫລື "ຫລູຫລາຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)
ໂມ້
ກ້ອນຫີນຂະຫນາດໃຫຍ່ທີ່ໃຊ້ເພື່ອບົດເມັດພືດ