lo_tn/isa/45/21.md

1.5 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າກັບຊາວອົບພະຍົບ. (ເບິ່ງເພີ່ມເຕີມ: 45:20)

ໃຫ້ພວກເຂົາສົມຮູ້ຮ່ວມຄິດ

ທີ່ນີ້ຄຳວ່າ "ພວກເຂົາ" ຫມາຍເຖິງຊາວອົບພະຍົບຈາກບັນດາປະເທດທີ່ນະມັດສະການຮູບເຄົາລົບ.

ໃຜໄດ້ສະແດງສິ່ງນີ້ມາຕັ້ງແຕ່ດົນນານມາແລ້ວ? ຜູ້ໃດທີ່ປະກາດເລື່ອງນີ້? ເຮົາເອງພຣະຢາເວ, ບໍ່ແມ່ນບໍ?

ພຣະຢາເວໃຊ້ຄຳຖາມເພື່ອເນັ້ນຫນັກວ່າພຣະອົງ ເປັນຜູ້ທີ່ບອກພວກເຂົາວ່າສິ່ງເຫລົ່ານີ້ຈະເກີດຂື້ນ. ອາດແປໄດ້ອີກວ່າ: "ເຮົາຈະບອກເຈົ້າວ່າແມ່ນໃຜໄດ້ສະແດງສິ່ງນີ້ມາຕັ້ງແຕ່ດົນນານແລ້ວ. ເຮົາຈະບອກເຈົ້າວ່າໃຜແມ່ນຄົນປະກາດເລື່ອງນີ້. ແມ່ນເຮົາເອງ, ພຣະຢາເວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)