2.9 KiB
ຂໍ້ມູນທົ່ວໄປ:
ພຣະຢາເວຍັງຊົງສືບຕໍ່ເວົ້າ
ເຮົາໄດ້ມິດງຽບມາເປັນເວລາດົນນານແລ້ວ; ເຮົາຍັງໄດ້ຢຸດແລະຍັບຍັ້ງຕົນເອງໄວ້
ສອງແຖວນີ້ນີ້ມີຄວາມຫມາຍຄ້າຍຄືກັນ. ການບໍ່ເຄື່ອນໄຫວ້ຂອງ ພຣະຢາເວນັ້ນຖືກອະທິບາຍວ່າເປັນຄວາມມິດງຽບ ແລະ ຄວາມນິ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)
ເຮົາຍັງໄດ້ຢຸດແລະຍັບຍັ້ງຕົນເອງໄວ້
ສອງສໍານວນວນີ້ມີຄວາມຫມາຍໂດຍພື້ນຖານແລ້ວເປັນສິ່ງດຽວກັນ ແລະ ຊີ້ໃຫ້ເຫັນວ່າພຣະຢາເວບໍ່ໄດ້ສະແດງຕົວເອງ. ອາດແປໄດ້ອີກວ່າ: "ເຮົາໄດ້ເກັບຕົວເອງບໍ່ໃຫ້ເຮັດຫຍັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)
ເຮົາຈະຮ້ອງອອກມາຄືກັບແມ່ຍິງທີ່ກຳລັງອອກລູກ; ແລະຫາຍໃຈຖີ່ແລະຫອບ
ກິດຈະກຳຂອງພຣະຢາເວໃນຖານະນັກຮົບຮ້ອງອອກມາທຽບປຽບໃສ່ກັບແມ່ຍິງຖືພາທີ່ຮ້ອງໄຫ້ຈາກຄວາມເຈັບປວດຕອນກໍາລັງເກີດລູກ. ສິ່ງນີ້ເນັ້ນຫນັກເຖິງການກະທຳທີ່ບໍ່ສາມາດຫລີກລ່ຽງໄດ້ຢ່າງກະທັນຫັນ ຫລັງຈາກທີ່ບໍ່ມີການເຄື່ອນໄຫວໃດໆໃນຊ່ວງໄລຍະຫນື່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)
ເຮົາຈະເຮັດໃຫ້ພູເຂົາແລະເນີນພູທັງຫລາຍຮ້າງເປົ່າ ... ຈະເຮັດໃຫ້ນ້ຳບຶງເຫືອດແຫ້ງໄປ
ພຣະຢາເວໃຊ້ພາສາປຽບທຽບນີ້ເພື່ອອະທິບາຍເຖິງພະລັງອັນຍິ່ງໃຫຍ່ຂອງພຣະອົງເພື່ອເອົາຊະນະສັດຕູຂອງພຣະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ບຶງນ້ຳ
ບຶງນ້ຳເປັນບ່ອນທີ່ເປັນຕົມ, ດິນປຽກທີ່ມີຫນອງນໍ້າ.