lo_tn/isa/40/13.md

3.2 KiB

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ໃຊ້ຄຳຖາມເພື່ອເນັ້ນຫນັກເຖິງຄວາມເປັນເອກະລັກຂອງພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມີໃຜແດ່ທີ່ຍັ່ງຮູ້ເຖິງພຣະໄທຂອງພຣະຢາເວ, ຫລືໃຫ້ຄຳແນະນຳພຣະອົງຄືກັບເປັນທີ່ປຶກສາຂອງພຣະອົງໄດ້?

ຄໍາຖາມທີ່ຄາດຫວັງຄໍາຕອບໃນທາງລົບນີ້ ແລະເນັ້ນຫນັກວ່າບໍ່ມີໃຜສາມາດເຮັດສິ່ງເຫລົ່ານີ້ໄດ້. ອາດແປໄດ້ອີກວ່າ: "ບໍ່ມີໃຜເຂົ້າໃຈຈິດໃຈຂອງພຣະຢາເວ, ແລະບໍ່ມີໃຜແນະນໍາພຣະອົງໃນຖານະເປັນທີ່ປຶກສາຂອງພຣະອົງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ທີ່ຍັ່ງຮູ້ເຖິງພຣະໄທຂອງພຣະຢາເວ

ທີ່ນີ້ຄຳວ່າ“ ພຣະໄທ” ຫມາຍເຖິງບໍ່ພຽງແຕ່ຄວາມຄິດຂອງພຣະຢາເວເທົ່ານັ້ນແຕ່ຮ່ວມເຖິງຄວາມປາຖະຫນາ ແລະແຮງຈູງໃຈຂອງພຣະອົງດ້ວຍ.

ພຣະອົງເຄີຍໄດ້ຮັບຄຳແນະນຳຈາກຜູ້ໃດຫລື?

ຄໍາຖາມທີ່ຄາດຫວັງຄໍາຕອບໃນທາງລົບນີ້ ແລະເນັ້ນຫນັກວ່າບໍ່ມີໃຜເຄີຍເຮັດສິ່ງນີ້ມາກ່ອນ. ອາດແປໄດ້ອີກວ່າ: "ພຣະອົງບໍ່ເຄີຍໄດ້ຮັບຄຳແນະນຳຈາກໃຜເລີຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມີໃຜສອນວິທີທີ່ຖືກຕ້ອງໃນການເຮັດສິ່ງຕ່າງໆ, ແລະສອນຄວາມຮູ້ໃຫ້ພຣະອົງ, ຫລືສະແດງໃຫ້ພຣະອົງເຫັນທາງແຫ່ງຄວາມເຂົ້າໃຈແດ່?

ຄໍາຖາມທີ່ຄາດຫວັງຄໍາຕອບໃນທາງລົບນີ້ ແລະເນັ້ນຫນັກວ່າບໍ່ມີໃຜເຄີຍເຮັດສິ່ງເຫລົ່ານີ້. ອາດແປໄດ້ອີກວ່າ: "ບໍ່ມີໃຜສອນພຣະອົງເຖິງວິທີທີ່ຖືກຕ້ອງໃນການເຮັດສິ່ງຕ່າງໆ. ບໍ່ມີໃຜສອນຄວາມຮູ້ໃຫ້ພຣະອົງ. ບໍ່ມີໃຜສະແດງວິທີການເຮັດຄວາມເຂົ້າໃຈແກ່ພຣະອົງ." (ເບິ່ງເພີ່ມເຕີມ: igs_rquestion)