lo_tn/isa/34/08.md

3.8 KiB

ມັນຈະເປັນວັນແຫ່ງການແກ້ແຄ້ນຂອງພຣະຢາເວ

ທີ່ນີ້ "ວັນ" ແມ່ນສໍານວນສໍາລັບຈຸດໃນເວລາໃດຫນຶ່ງ; ມັນບໍ່ແມ່ນຕາມຕົວອັກສອນ "ວັນ." ອາດແປໄດ້ອີກວ່າ: "ມັນຈະເປັນເວລາທີ່ພຣະຢາເວແກ້ແຄ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພຣະອົງຈະຕອບແທນພວກເຂົາຍ້ອນເຫດຜົນຂອງ ຊີໂອນ

ນີ້ຫມາຍຄວາມວ່າພຣະອົງຈະແກ້ແຄ້ນພວກເຂົາສຳລັບວິທີທີ່ພວກເຂົາເຄີຍເຮັດສົງຄາມຕໍສູ້ກັບປະຊາຊົນເຢຣູຊາເລັມ. ອາດແປໄດ້ອີກວ່າ: "ພຣະອົງຈະໃຫ້ການລົງໂທດແກ່ພວກເຂົາທີ່ພວກເຂົາສົມຄວນໄດ້ຮັບໃນສິ່ງທີ່ພວກເຂົາໄດ້ເຮັດກັບຜູ້ຄົນຂອງຊີໂອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ແມ່ນໍ້າທັງຫລາຍຂອງ ເອໂດມ ຈະກາຍເປັນຢາງຫມາຕອຍ...ຈະເກີດໄຟໄຫມ້

ນໍ້າ ແລະ ທີ່ດິນກາຍເປັນສິ່ງທີ່ບໍ່ມີປະໂຫຍດສຳລັບການດື່ມ ຫລື ການປູກອາຫານເພາະມັນຖືກເຜົາ ແລະປົກຄຸມຢູ່ໃນຢາງຫມາຕອຍ ແລະກໍາມະທັນເວົ້າຄືກັບວ່າແມ່ນໍ້າ ແລະດິນຂອງພວກມັນຈະກາຍເປັນຢາງຫມາຕອຍ ແລະກຳມະທັນແທ້ໆ. ອາດແປໄດ້ອີກວ່າ: "ແມ່ນໍ້າທີ່ຢູ່ໃນເອໂດມຈະເຕັມໄປດ້ວຍຢາງຫມາກຕອຍ ແລະພື້ນດິນຈະຖືກປົກຄຸມດ້ວຍກໍຳມະທັນທີ່ເຜົາໄຫມ ແລະ ໄຟທີ່ລຸກໄຫມ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂີ້ຝຸ່ນຂອງນາງ ... ດິນແດນຂອງນາງ

"ຂີ້ຝຸ່ນຂອງເອໂດມ ... ດິນແດນຂອງເອໂດມ"

ຢາງຫມາຕອຍ

ຫນາ, ສານສີດຳທີ່ໄຫມ້ເປັນເວລາດົນ

ມັນຈະລຸກໄຫມ້ທັງເວັນ ແລະທັງຄືນ

ນີ້ຫມາຍຄວາມວ່າຕະຫລອດເວລາ. ອາດແປໄດ້ອີກວ່າ: "ມັນຈະລຸກໄຫມ້ຕະຫລອດທັງກາງຄືນ ແລະກາງເວັນ" ຫລື "ມັນຈະລຸກໄຫມ້ຕະຫລອດເວລາ, ທັງກາງຄືນ ແລະ ຫມົດມື້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)

ຈາກລຸ້ນສູ່ລຸ້ນ

ສໍານວນ "ລຸ້ນສູ່ລຸ້ນ" ຫມາຍເຖິງຄົນທຸກລຸ້ນທີ່ຈະມີຊີວິດໃນອະນາຄົດ. ເບິ່ງວິທີທີ່ທ່ານແປປະໂຫຍກນີ້ໃນ 13:19. ອາດແປໄດ້ອີກວ່າ: "ຕະຫລອດໄປເປັນນິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)