2.9 KiB
ຂໍ້ມູນທົ່ວໄປ:
ພຣະຢາເວສືບຕໍ່ເວົ້າຢູ່.
ເຫມືອນກັບນົກທີ່ບິນເປັນຝູງ, ເພາະສະນັ້ນພຣະຢາເວຈອມໂຍທາຈະຊົງປົກປ້ອງກຸງເຢຣູຊາເລັມ
ທາງທີ່ນີ້ວ່າ ພຣະຢາເວປົກປ້ອງເຢຣູຊາເລັມຖືກປຽບທຽບກັບທາງທີ່ ແມ່ນົກປົກປ້ອງລູກນົກຂອງມັນໃນຮັ່ງຂອງພວກມັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)
ພຣະອົງຈະຊົງປົກປ້ອງ ແລະ ຊ່ວຍຊີວິດຂະນະທີ່ພຣະອົງຜ່ານຂ້າມເມືອງນັ້ນແລະປົກປ້ອງເມືອງນັ້ນໄວ້
ນີ້ແມ່ນເວົ້າເຫມືອນກັບວ່າ ວິທີທີ່ພຣະຢາເວປົກປ້ອງແລະຊ່ວຍເຢຣູຊາເລັມ, ບັນຍາຍເຖິງລາວເຫມືອນກັບນົກທີ່ບິນເຫນືອເມືອງນັ້ນ. ອາດແປໄດ້ອີກວ່າ: "ພຣະອົງຈະປົກປ້ອງ ແລະຊ່ວຍເມືອງນັ້ນຈາກສັດຕູຂອງມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ພຣະຢາເວຈອມໂຢທາ
ແປເຫມືອນກັນກັບໃນ 1:9.
ກຸງເຢຣູຊາເລັມ
ນີ້ຫມາຍເຖີງປະຊາຊົນຜູ້ທີ່ອາໄສຢູ່ທີ່ນັ້ນ. ອາດແປໄດ້ອີກວ່າ: "ປະຊາຊົນເຢຣູຊາເລັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ຈົ່ງກັບມາຫາພຣະອົງທີ່ພວກເຈົ້າໄດ້ຫັນໄປ
"ຈົ່ງກັບມາຫາຜູ້ທີ່ຕໍ່ສູ້ ຜູ້ຊຶ່ງພວກເຈົ້າໄດ້ກະບົດນັ້ນ"
ດ້ວຍມືທີ່ເຕັມດ້ວຍບາບຂອງພວກເຈົ້າເອງ
ທີ່ນີ້ປະຊາຊົນຖືກອ້າງອີງໂດຍ "ມື" ຂອງພວກເຂົາ" ເນັ້ນວ່າພວກເຂົາໄດ້ເຮັດບາງສິ່ງບາງຢ່າງດ້ວຍມືຂອງພວກເຂົາ. ອາດແປໄດ້ອີກວ່າ: "ທີ່ພວກເຈົ້າໄດ້ເຮັດບາບນັ້ນກໍໂດຍການເຮັດດ້ວຍມືຂອງພວກເຈົ້າເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)