3.1 KiB
ຂໍ້ມູນທົ່ວໄປ:
ພຣະຢາເວສືບຕໍ່ເວົ້າກັບປະຊາຊົນຢູດາ.
ເພາະສະນັ້ນການຄຸ້ມຄອງຂອງຟາໂລຈະເປັນຄວາມອັບອາຍຂອງພວກເຈົ້າ, ແລະ ທີ່ກຳບັງໃຕ້ຮົ່ມເງົາຂອງເອຢິບຈະເປັນຄວາມຂາຍຫນ້າຂອງພວກເຈົ້າ
ນີ້ສາມາດສັບປ່ຽນຄຳໄດ້ ດັ່ງຄຳນາມທີ່ເປັນາມມະທຳທີ່ວ່າ "ການຄຸ້ມຄອງ," "ຄວາມອັບອາຍ" ແລະ "ຄວາມຂາຍຫນ້າ" ຖືກສະແດງເຫມືອນເປັນຄຳຄຸນນາມ ຫລື ຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ເພາະສະນັ້ນ ພວກເຈົ້າຈະຖືກເຮັດໃຫ້ອັບອາຍຍ້ອນພວກເຈົ້າໄວ້ວາງໃຈວ່າຟາໂລຈະປົກປ້ອງພວກເຈົ້າ; ພວກເຈົ້າຈະຖືກເຮັດໃຫ້ຂາຍຫນ້າ ຍ້ອນພວກເຈົ້າໄວ້ວາງໃຈໃນຊາວເອຢິບໃຫ້ຮັກສາພວກເຈົ້າໃຫ້ປອດໄພນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)
ທີ່ກຳບັງໃຕ້ຮົ່ມເງົາຂອງເອຢິບ
ການຄຸ້ມຄອງຂອງເອຢິບຈາກພວກທະຫານຂອງສັດຕູຖືກເວົ້າເຫມືອນກັບວ່າມັນເປັນຮົ່ມເງົາທີ່ປົກປ້ອງບາງຄົນຈາກຄວາມຮ້ອນຈາກການເຜົາໄຫມ້ຂອງຕາເວັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ພວກເຈົ້ານາຍຂອງພວກເຂົາ
ທີ່ນີ້ "ພວກເຈົ້ານາຍ" ຫມາຍເຖິງຂ້າຣາຊະການ ຫລື ທ່ານທູດ, ບໍ່ຈຳເປັນຕ້ອງແມ່ນພວກລູກຊາຍຂອງກະສັດ.
ຂອງພວກເຈົ້າ ... ພວກເຂົາ ... ພວກເຂົາ
ເຫລົ່ານີ້ແມ່ນຖ້ອຍຄຳທີ່ຫມາຍເຖິງປະຊາຊົນຢູດາ.
ໂຊອານ ... ຮາເນັດ
ເຫລົ່ານີ້ແມ່ນຊື່ເມືອງໃນພາກເຫນືອຂອງເອຢິບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)
ໄດ້ມາຍັງຮາເນັດ
ທີ່ນີ້ "ມາ" ສາມາດຖືກລະບຸເປັນຄຳວ່າ "ຫາຍໄປແລ້ວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-go)
ເພາະຊົນຊາດ
"ຍ້ອນປະຊາຊົນເອຢິບ"