lo_tn/isa/29/22.md

5.9 KiB

ເຊື້ອສາຍຂອງຢາໂຄບ

ທີ່ນີ້ "ເຊື້ອສາຍ" ເປັນຕົວແທນເຖີງຄົນໃນຄອບຄົວ. ອາດແປໄດ້ອີກວ່າ: "ເຊື້ອສາຍຂອງຢາໂຄບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຜູ້ໄດ້ຊົງໄຖ່ອັບຣາຮາມ

ນີ້ແມ່ນຄວາມຫມາຍທີ່ອາດເປັນໄດ້ ເມື່ອພຣະຢາເວໄດ້ເອີ້ນອັບຣາຮາມ ຈາກເຮືອນໃນປະເທດຂອງລາວ ແລະສົ່ງລາວກັບໄປຍັງແຜ່ນດິນພັນທະສັນຍາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຢາໂຄບຈະບໍ່ໄດ້ອີກຕໍ່ໄປ ... ໃບຫນ້າຂອງເຂົາ ... ເຂົາເຫັນລູກຫລານຂອງເຂົາ

"ທີ່ນີ້ "ຢາໂຄບ" ເປັນຕົວແທນເຖິງເຊື້ອສາຍຂອງລາວ. ອາດແປໄດ້ອີກວ່າ: "ເຊື້ອສາຍຂອງຢາໂຄບຈະບໍ່ອີກຕໍ່ ... ໃບຫນ້າຂອງພວກເຂົາ ... ພວກເຂົາເຫັນລູກຫລານຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໃບຫນ້າຂອງເຂົາຈະບໍ່ຊີດລົງ

ນີ້ແມ່ນສຳນວນທີ່ຫມາຍເຖິງ ພວກເຂົາຈະບໍ່ຢ້ານອີກຕໍ່ໄປ. ອາດແປໄດ້ອີກວ່າ: "ພວກເຂົາຈະບໍ່ຢ້ານອີກຕໍ່ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ແຕ່ເມື່ອເຂົາເຫັນລູກຫລານຂອງເຂົາ, ຊຶ່ງເປັນຜົນງານແຫ່ງມືຂອງເຮົາ

ທີ່ນີ້ "ມື" ເປັນຕົວແທນເຖິງຣິດອຳນາດຂອງພຣະຢາເວ ແລະກິດຈະການຂອງພຣະອົງ. ອາດແປໄດ້ອີກວ່າ: "ເມື່ອພວກເຂົາເຫັນທຸກສິ່ງທີ່ລູກຫລານທັງຫມົດ ເຮົາຈະມອບພວກເຂົາ ແລະທຸກສິ່ງທີ່ເຮົາໄດ້ເຮັດແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາຈະເຮັດໃຫ້ພຣະນາມຂອງເຮົາບໍລິສຸດ

ທີ່ນີ້ "ພຣະນາມ" ເປັນຕົວແທນເຖິງພຣະຢາເວ. ອາດແປໄດ້ອີກວ່າ: "ພວກເຂົາຈະໃຫ້ກຽດເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາຈະເຮັດໃຫ້ນາມຂອງອົງບໍລິສຸດຂອງຢາໂຄບສັກສິດ

ທີ່ນີ້ "ນາມ" ເປັນຕົວແທນເຖິງພຣະຢາເວ. ພຣະຢາເວອ້າງອິງເຖິງພຣະອົງເອງເຫມືອນກັບວ່າ "ອົງບໍລິສຸດຂອງຢາໂຄບ." ອາດແປໄດ້ອີກວ່າ: "ພວກເຂົາຈະໃຫ້ກຽດເຮົາ, ອົງບໍລິສຸດຂອງຢາໂຄບ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-123person]])

ຂອງພຣະເຈົ້າແຫ່ງອິດສະຣາເອນ

ພຣະເຈົ້າອ້າງອີງພຣະອົງເອງເຫມືອນກັບວ່າ "ພຣະເຈົ້າຂອງອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ພວກຄົນທີ່ເຂົ້າໃຈຜິດໃນຈິດໃຈຈະມີ

ທີ່ນີ້ "ຈິດໃຈ" ເປັນຕົວແທນເຖິງພາຍໃນທີ່ຄົນນັ້ນເປັນ. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນທີ່ມີຄວາມຜິດໃນສິ່ງທີ່ພວກເຂົາຄິດ" ຫລື "ຄົນເຫລົ່ານັ້ນທີ່ມີຄວາມຜິດໃນທ່າທີຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຄວາມເຂົ້າໃຈຫລາຍຂຶ້ນ

ນີ້ສາມາດເຮັດໃຫ້ແຈ່ມແຈ້ງຫລາຍຂຶ້ນ ເພື່ອອະທິບາຍສິ່ງທີ່ພວກເຂົາຈະເຂົ້າໃຈ. ອາດແປໄດ້ອີກວ່າ: "ຈະເລີ່ມຕົ້ນເຂົ້າໃຈພຣະຢາເວແລະກົດຫມາຍຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພວກຄົນທີ່ມັກຈົ່ມກໍຈະຮຽນຄວາມຮູ້

ນີ້ສາມາດເຮັດໃຫ້ແຈ່ມແຈ້ງຫລາຍຂຶ້ນ ເພື່ອອະທິບາຍສິ່ງທີ່ພວກເຂົາຈະຮັບຮູ້ໄດ້. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນທີ່ ມັກຈົ່ມກໍຈະເລີ່ມຕົ້ນຮູ້ຈັກວ່າ ສິ່ງທີ່ພຣະຢາເວສອນພວກເຂົານັ້ນເປັນຄວາມຈິງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)