lo_tn/isa/29/17.md

4.4 KiB

ເລບານອນຈະກາຍເປັນທຸ່ງນາ, ແລະທຸ່ງນານັ້ນຈະກາຍເປັນປ່

ຄວາມຫມາຍທີ່ອາດເປັນໄປໄດ້ 1) ນີ້ແມ່ນຕາມຕົວອັກສອນ ແລະ ພຣະຢາເວຈະເຮັດໃຫ້ສະຖານທີ່ບ່ອນທີ່ຕົ້ນໄມ້ປ່າທີ່ໃຫຍ່ຂຶ້ນຢູ່ໃນເລບານອນ ກາຍເປັນທົ່ງນາທີ່ເກີດຜົນຫລາຍ ຫລື 2) ນີ້ແມ່ນການປຽບທຽບແລະ ປ່າດົງໃຫຍ່ຂອງເລບານອນເປັນຕົວແທນເຖິງຜູ້ບີບບັງຄັບມີອຳນາດຫລາຍ, ແລະ ພືດຜົນທີ່ໃຫຍ່ໃນທົ່ງນາງ ແລະ ກາຍເປັນເປັນປ່າບ່ອນທີ່ປະຊາຊົນທົ່ວໄປທົນທຸກທໍລະມານ. ນີ້ຫມາຍເຖິງ ພຣະຢາເວຈະເຮັດໃຫ້ຄົນເຫລົ່ານັ້ນທີ່ມີອຳນາດຫລາຍຕົກຕໍ່າລົງ, ແຕ່ພຣະອົງຈະໃຫ້ກຽດຄົນເຫລົ່ານັ້ນທີ່ທົນທຸກທໍລະມານ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເລບານອນຈະກາຍເປັນທຸ່ງນາ

ທີ່ນີ້ "ເລບານອນ" ເປັນຕົວແທນເຖິງຕົ້ນສົນສີດາໃຫຍ່ຢູ່ໃນປ່າດົງໃນເລບານອນ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະເຈົ້າຈະຫັນປ່ຽນປ່າດົງຍິ່ງໃຫຍ່ຂອງເລບານອນນີ້ໃຫ້ກາຍເປັນທົ່ງນາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ຄົນຫູນວກຈະໄດ້ຍິນຖ້ອຍຄຳຂອງຫນັງສື, ແລະຕາຂອງຄົນ ຕາບອດຈະເບິ່ງເຫັນໃນທີ່ມືດທຶບ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ນີ້ແມ່ນຕາມຕົວອັກສອນ ແລະ ພຣະຢາເວຈະເຮັດໃຫ້ຄົນຫູນວກໄດ້ຍິນ ແລະຄົນຕາບອດໄດ້ເຫັນຮຸ່ງອີກ ຫລື 2) ນີ້ແມ່ນການປຽບທຽບທີ່ຫມາຍເຖິງ ພຣະຢາເວຈະເຮັດໃຫ້ປະຊາຊົນສາມາດໄດ້ຍິນ ແລະເຂົ້າໃຈຖ້ອຍຄຳຂອງພຣະອົງ ຫລື 3) ມັນອາດຫມາຍເຖິງທາງເລືອກທັງ 1 ແລະ 2. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຕາບອດຈະເບິ່ງເຫັນໃນທີ່ມືດທຶບ

ທີ່ນີ້ "ຕາ" ເປັນຕົວແທນເຖິງຫມົດຕົນຕົວຂອງຄົນນັ້ນ. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນທີ່ຕາບອດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຄົນທີ່ຖືກບີບບັງຄັບຈະຊື່ນຊົມຍິນດີໃນພຣະຢາເວອີກຄັ້ງ ແລະຄົນຍາກຈົນ ທ່າມກາງມະນຸດຈະຊື່ນຊົມຍິນດີໃນອົງບໍລິສຸດຂອງອິດສະຣາເອນ

ສອງສຳນວນເຫລົ່ານີ້ ພື້ນຖານແລ້ວມີຄວາມຫມາຍຄືກັນ. ອາດແປໄດ້ອີກວ່າ: "ຄົນທຸກຈົນ ແລະ ຄົນທີຖືກບີບບັງຄັບຈະມີຄວາມສຸກອີກ ຍ້ອນສິ່ງທີ່ພຣະຢາເວ, ອົງບໍລິສຸດຂອງອິດສະຣາເອນ, ໄດ້ເຮັດແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)