lo_tn/isa/29/15.md

2.6 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ນີ້ອາດຈະເປັນການເວົ້າຂອງເອຊາຢາ ຫລື ມັນອາດຈະສືບຕໍ່ເວົ້າຖ້ອຍຄຳຂອງພຣະຢາເວໃນ 29:13-14.

ທີ່ເຊື່ອງແຜນງານຂອງພວກເຂົາໄວ້ລຶກໆຈາກພຣະຢາເວ

ປະຊາຊົນພະຍາຍາມທີ່ວາງແຜນງານໂດຍປາດສະຈາກການກັບຮູ້ຂອງພຣະຢາເວ ຖືກເວົ້າເຫມືອນກັບວ່າ ພວກເຂົາໄດ້ເຊື່ອງແຜນງານຂອງພວກເຂົາໃນສ່ວນເລິກທີ່ສຸດບ່ອນທີ່ພຣະຢາເວບໍ່ສາມາດເຫັນໄດ້. ອາດແປໄດ້ອີກວ່າ: "ຜູ້ທີ່ພະຍາຍາມທີ່ຈະເຊື້ອງແຜນງານຂອງພວກເຂົາຈາກພຣະຢາເວ" ຫລື "ຜູ້ທີ່ພະຍາຍາທີ່ຈະປົກປິດພຣະຢາເວເຖີງສິ່ງທີ່ພວກເຂົາໄດ້ວາງແຜນທີ່ຈະເຮັດນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ການກະທຳຕ່າງໆ ຂອງພວກເຂົາຢູ່ໃນຄວາມມືດ

ມັນຫມາຍຄວາມວ່າ ພວກເຂົາເຮັດສິ່ງຕ່າງໆທີ່ຊົ່ວຮ້າຍຢ່າງລັບລີ້. ອາດແປໄດ້ອີກວ່າ: "ຜູ້ທີ່ເຮັດສິ່ງຕ່າງໆທີ່ຢູ່ໃນຄວາມມືດ ເພື່ອວ່າຈະບໍ່ຄົນເຫັນພວກເຂົາໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໃຜຈະເຫັນເຮົາ ແລະໃຜຈະຮັູຈັກເຮົາ?

ພວກເຂົາໃຊ້ຄຳຖາມນີ້ເນັ້ນວ່າພວກເຂົາເຊື່ອວ່າບໍ່ມີຜູ້ໃດຮູ້ຈັກສິ່ງທີ່ພວກເຂົາກຳລັງເຮັດຢູ່. ອາດແປໄດ້ອີກວ່າ: "ບໍ່ມີໃຜ, ແມ່ນແຕ່ພຣະຢາເວເອງ, ຈະເຫັນພວກເຮົາ ຫລື ຮູ້ຈັກສິ່ງພວກເຮົາກຳລັງເຮັດຢູ່!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)