lo_tn/isa/29/07.md

3.8 KiB

ມັນຈະເປັນເຫມືອນກັບຄວາມຝັນ ນິມິດໃນຕອນກາງຄືນ

ສຳນວນ "ນິມິດໃນຕອນກາງຄືນ" ເປັນສິ່ງດຽວກັນກັບ "ຄວາມຝັນ." ສອງສຳນວນເນັ້ນວ່າ ໃນໄວໆນີ້ຈະເປັນເຫມືອນທະຫານທີຮຸກຮານທີ່ບໍ່ເຄີຍມາທີ່ນັ້ນ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-doublet]] ແລະ [[rc:///ta/man/translate/figs-simile]])

ຄົນຫລວງຫລາຍຂອງຊົນຊາດທັງຫລາຍ

"ທະຫານຈຳນວນຫລວງຫລາຍຈາກທຸກຊົນຊາດທັງຫມົດ"

ຕໍ່ສູ້ກັບເຢຣູຊາເລັມ

ຊື່ "ອາຣີເອນ" ເປັນອີກຊື່ຫນຶ່ງສຳລັບເຢຣູຊາເລັມ, ແລະມັນເປັນຕົວແທນເຖີງປະຊາຊົນທີ່ອາໄສຢູ່ໃນທີ່ນັ້ນ. ເບິ່ງວິທີ່ທີ່ທານແປ "ອາຣີເອນ" ໃນ 29:1. ອາດແປໄດ້ອີກວ່າ: "ຕໍ່ສູ້ປະຊາຊົນເອຣີເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ກຳບັງເຂັ້ມແຂງຂອງເມືອງນັ້ນ. ພວກເຂົາຈະສູ້ຮົບກັບເມືອງນັ້ນແລະບັນດາປ້ອມປາການຂອງເມືອງນັ້ນແລະຢຽບຢ້ຳເມືອງນັ້ນ

ຄຳວ່າ "ເມືອງ" ເປັນຕົວແທນເຖິງອາຣີເອນຊຶ່ງເປັນຕົວແທນເຖິງປະຊາຊົນທີ່ອາໄສຢູ່ໃນທີ່ນັ້ນ. ອາດແປໄດ້ອີກວ່າ: "ກຳບັງເຂັ້ມແຂງຂອງພວກເຂົາ. ພວກເຂົາຈະໂຈມຕີເມືອງເອຣີເອນ ແລະ ການປ້ອງກັນ ແລະ ເຮັດໃຫ້ປະຊາຊົນຢູ່ໃນຄວາມເຈັບປວດຢ່າງໃຫຍ່ຫລວງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ມັນຈະເປັນເຫມືອນກັບຄົນຫິວທີ່ຝັນວ່າເຂົາກຳລັງກິນຢູ່ ... ທີ່ຍັງບໍ່ເຊົ່າໄປ

ການປຽບທຽບເຫລົ່ານີ້ ຫມາຍເຖິງສັດຕູຄາດຫວັງທີ່ຈະມີໄຊຊະນະ ແຕ່ພວກເຂົາຈະລົ້ມແຫລວ ຍ້ອນວ່າພຣະເຈົ້າຈະບໍ່ອະນຸຍາດໃຫ້ພວກເຂົາຢືດຄອງເຢຣູຊາເລັມໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ແມ່ນແລ້ວເພາະຈະເປັນຊົນຊາດຈຳນວນຫລາຍທີ່ຕໍ່ສູ້ກັບພູເຂົາຊີໂອນ

ທີ່ນີ້ "ພູເຂົາຊີໂອນ" ເປັນຕົວແທນເຖີງປະຊາຊົນທີ່ອາໄສຢູ່ໃນທີ່ນັ້ນ. ອາດແປໄດ້ອີກວ່າ: "ແມ່ນແລ້ວ, ນີ້ຈະເປັນສິ່ງທີ່ເກີດຂຶ້ນກັບພວກທະຫານທີ່ມາຈາກຊົນຊາດຕ່າງໆ ຜູ້ທີ່ມາສູ້ຮົບຕໍ່ສູ້ປະຊາຊົນທີ່ອາໄສຢູ່ເທິງພູເຂົາຊີໂອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)