lo_tn/isa/29/03.md

3.2 KiB

ເຮົາຈະຕັ້ງຄ່າຍເປັນວົງລ້ອມສູ້ຮົບກັບເຈົ້າ

ຄຳວ່າ "ເຮົາ" ຫມາຍເຖີງພຣະຢາເວ. ນີ້ແມ່ນເປັນຕົວແທນເຖິງພຣະຢາເວຈະເຮັດໃຫ້ທະຫານສັດຕູລ້ອມເມືອງເຢຣູຊາເລັມໄວ້. ອາດແປໄດ້ອີກວ່າ: "ເຮົາຈະສັ່ງທະຫານຂອງສັດຕູຂອງເຈົ້າມາລ້ອມເຈົ້າໄວ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຮົ້ວເຫລັກ ... ຕັ້ງປ້ອມ

"ຮົ້ວເຫລັກ" ນີ້ແມ່ນຫໍຄອຍຂອງພວກທະຫານໄດ້ສ້າງເພື່ອໂຈມຕີເມືອງຕ່າງໆທີ່ມີກຳແພງສູງ. ຍັງຄຳວ່າ "ຕັ້ງປ້ອມ" ຫມາຍເຖິງອາວຸດຕ່າງໆທີ່ແຕກຕ່າງກັນຂອງພວກທະຫານທີ່ສ້າງຂຶ້ນເພື່ອໂຈມຕີເມືອງຕ່າງໆ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown)

ເຈົ້າຈະຖືກເຮັດໃຫ້ຕົກຕ່ຳລົງ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ສັດຕູຂອງເຈົ້າຈະເຮັດໃຫ້ເຈົ້າຕົກຕໍ່າລົງ" ຫລື "ສັດຕູຂອງເຈົ້າຈະຖ່ອມຕົວລົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ແລະ ຈະເວົ້າຈາກພື້ນດິນຄຳເວົ້າຂອງເຈົ້າຈະມາຈາກເບື້ອງຕ່ຳຈາກຝຸ່ນດິນສຽງຂອງເຈົ້າຈະເຫມືອນກັບຜີທີ່ອອກມາຈາກພື້ນດິນ ແລະ ຄຳເວົ້າຂອງເຈົ້າຈະແຜ່ວເບົາຈາກຝຸ່ນດິນ

ປະໂຫຍກເຫລົ່ານີ້ທັງຫມົດ ພື້ນຖານແລ້ວມີຄວາມຫມາຍຄືກັນ. ພວກມັນເນັ້ນວ່າປະຊາຊົນຜູ້ເວົ້າດ້ວຍຖ້ອຍຄຳໂອ້ອວດຈະຖືກເຮັດໃຫ້ອ່ອນແອ ແລະ ໂສກເສົ້າຫລັງຈາກທີ່ສັດຕູໄດ້ເອົາຊະນະພວກເຂົາ. ອາດແປໄດ້ອີກວ່າ: "ແລະພວກເຈົ້າຈະເວົ້າພ້ອມກັບຄວາມອ່ອນແອດ້ວຍສຽງສື່ມເທົ່ານັ້ນ ເຫມືອນວິນຍານເວົ້າມາຈາກບ່ອນຄົນຕາຍອາໄສຢູ່ນັ້ນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-parallelism]])