3.0 KiB
ຂໍໍ້ມູນທົ່ວໄປ:
ພຣະຢາເວສືບຕໍ່ເວົ້າກັບປະຊາຊົນເຢຣູຊາເລັມ.
ເພາະທີ່ນອນກໍສັ້ນເກີນໄປສຳຫລັບຄົນທີ່ຈະຢຽດຕົວເທີງນັ້ນ ແລະ ຜ້າຫົ່ມກໍແຄບເກີນໄປສຳຫລັບເຂົາທີ່ຈະຫົ່ມຕົວເຂົາເອງໄດ້ຫມົດ
ນີ້ແມ່ນຄຳສຸພາສິດຢ່າງແນ່ນອນທີ່ປະຊາຊົນຮູ້ແລ້ວໃນເວລານັ້ນ. ມັນຫມາຍເຖິງສິ່ງພວກເຂົາເຊື່ອວ່າຈະປົກປ້ອງພວກເຂົາຈາກ ການລົງໂທດຂອງພຣະຢາເວຈະເຮັດໃຫ້ພວກເຂົາຜິດຫວັງ ເຫມືອນກັບວ່າຕຽງນອນທີ່ສັ້ນເກີນໄປ ຫລື ຜ້າຫົ່ມທີ່ມັນແຄບເກີນໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-proverbs)
ພຣະຢາເວຈະຊົງລຸກຂຶ້ນ
ພຣະຢາເວກຽມພ້ອມທີ່ຈະກະທຳການຖືກເວົ້າເຫມືອນກັບວ່າພຣະອົງກຳລັງນັ່ງຢູ ແລະແລ້ວພຣະອົງກໍລຸກຂຶ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)
ພູເຂົາເປຣາຊີມ ... ຮ່ວມພູກີເບໂອນ
ເຫລົ່ານີ້ແມ່ນສະຖານທີ່ບ່ອນທີ່ພຣະເຈົ້າເອົາຊະພວກທະຫານຂອງສັດຕູດ້ວຍການອັດສະຈັນ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/translate-names]])
ພຣະອົງຈະຊົງເຮັ່ງພຣະອົງເອງ
"ພຣະອົງຈະໂກດຮ້າຍຢ່າງຮຸນແຮງຫລາຍ"
ພຣະອົງການກະທຳທີ່ແປກປະຫລາດຂອງພຣະອົງ ... ການທຳງານທີ່ແປກປະຫລາດຂອງພຣະອົງ
ສອງສຳນວນເຫລົ່ານີ້ ພື້ນຖານແລ້ວມີຄວາມຫມາຍຄືກັນ. ນີ້ແມ່ນວຽກງານທີ່ແປກປະຫລາດ ຍ້ອນວ່າພຣະເຈົ້າໃຊ້ທະຫານຕ່າງຊາດມາເອົາຊະນະປະຊາຊົນເຢຣູຊາເລັມ ແທ່ນທີ່ຈະຊ່ວຍປະຊາຊົນເຢຣູຊາເລັມເອົາຊະນະພວກສັດຕູຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)