2.9 KiB
ເພາະສະນັ້ນຂໍ້ຄຳສັ່ງຂອງພຣະຢາເວ
ທີ່ນີ້ "ຂໍ້ຄຳສັ່ງ" ເປັນຕົວແທນເຖິງຖ້ອຍຄຳ. ອາດແປໄດ້ອີກວ່າ: "ເພາະສະນັ້ນຖ້ອຍຄຳຂອງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ເພາະຖ້ອຍຄຳນັ້ນຈະເປັນເຫມືອນກັບຄຳສັ່ງຊ້ອນຄຳສັ່ງ, ຄຳສັ່ງຊ້ອນຄຳສັ່ງ; ກົດບັນຍັດຊ້ອນກົດບັນຍັດ, ກົດບັນຍັດຊ້ອນກົດບັນຍັດ; ທີ່ນີ້ຫນ້ອຍຫນຶ່ງ ແລະ ທີນັ້ນອີກຫນ້ອຍຫນຶ່ງ
ຖ້ອຍຄຳເຫລົ່ານີ້ແມ່ນເປັນ ສິ່ງທີ່ພວກປະໂລຫິດ ແລະພວກຜູ້ປະກາດພຣະທັມທີ່ຂີ້ເມົາໃຊ້ເພື່ອວິຈານເຖິງສິ່ງທີ່ເອຊາຢາສັ່ງສອນພວກເຂົາ. ເບິ່ງວິທີການແປນີ້ໃນ 28:9.
ເພື່ອທີ່ພວກເຂົາຈະໄປແລະລົ້ມລົງງາຍຫລັງ ແລະ ຈະແຕກຫັກຕິດບ່ວງດັກແລະຖືກຈັບໄປ
ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເພື່ອທີ່ວ່າທະຫານອັດຊີເຣຍຈະມາແລະເອົາຊະນະພວກເຂົາ ແລະຈັບພວກເຂົາໄປເປັນຊະເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)
ໄປແລະລົ້ມລົງງາຍຫລັງ, ແລະ ຈະແຕກຫັກຕິດກັບດັກແລະຖືກຈັບໄປ
ປະຊາຊົນເສຍໄຊໃນສົງຄາມຕໍ່ທະຫານຂອງສັດຕູຖືກເວົ້າເຫມືອນກັບວ່າປະຊາຊົນລົ້ມລົງງາຍຫລັງ ແລະ ແຕກຫັກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ຕິດກັບດັກ
ທະຫານຂອງສັດຕູຈັບປະຊາຊົນອິດສະຣາເອນ ຖືກເວົ້າເຫມືອນກັບວ່າພວກເຂົາຖືກກັບດັກຂອງນາຍພານທີ່ຈັບສັດໃນຕາຫນ່າງດັກຈັບສັດນັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)