3.3 KiB
ວິບັດແກ່ມົງກຸດດອກໄມ້ທີ່ຫນ້າພູມໃຈ ... ວາງເທິງຍອດຮ່ວມພູທີ່ຂຽວອຸມທຸມຂອງຄົນເຫລົ່ານັ້ນທີ່ຖືກຄອບງຳດ້ວຍເຫລົ້າອະງຸ່ນ
"ມົງກຸດດອກໄມ້" ເປັນມົງກຸດທີ່ເຮັດມາຈາກດອກໄມ້. ທີ່ນີ້ມັນເປັນຕົວແທນເຖິງເມືອງຊາມາເຣຍ, ເມືອງຫລວງຂອງອິດສະຣາເອນ, ຊຶ່ງນັ່ງເທິ່ງຢຸ່ເທິງເນີນພູເປັນດິນອຸດົມສົມບູນ. ຊາມາເຣຍແລະປະຊາຊົນຖືກທຳລາຍ ຖືກເວົ້າເຫມືອນກັບວ່າດອກໄມ້ໃນມົງກຸດດອກໄມ້ຈະເຖົ້າແກ່ ແລະບໍ່ງາມອີກຕໍ່ໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ເບິ່ງເຖີດ
"ຈົ່ງຟັງ" ຫລື "ຈົ່ງໃສ່ໃຈໃນ"
ຄົນເຫລົ່ານັ້ນທີ່ຖືກຄອບງຳດ້ວຍເຫລົ້າອະງຸ່ນ
"ຜູ້ທີ່ເມົາເຫລົ້າອະງຸ່ນ"
ອົງພຣະຜູ້ເປັນເຈົ້າຊົງສົ່ງຜູ້ທີ່ມີກຳລັງແລະແຂງແຮງ
ທີນີ້ "ຜູ້ທີ່" ຫມາຍເຖິງກະສັດຜູ້ຊົງຣິດອຳນາດຍິ່ງໃຫຍ່ ຍັງເປັນຕົວແທນເຖິງທະຫານທີແຂງແຮງຂອງພຣະອົງ. ອາດແປໄດ້ອີກວ່າ: "ອົງພຣະຜູ້ເປັນເຈົ້າສົ່ງກະສັດກັບທະຫານທີ່ແຂງແຮງຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)
ພາຍຸຫມາກເຫັບ
"ພາຍຸຫມາກເຫັບ" ຫລືພາຍຸຫມາກເຫັບເກີດຂຶ້ນເມື່ອຊິ້ນສ່ວນຕ່າງໆຂອງນໍ້າແຂງຕົກລົງມາຈາກທ້ອງຟ້າ. ທີ່ນີ້ມັນເປັນການປຽບທຽບທີ່ຫມາຍຄວາມວ່າທະຫານສັດຕູທີ່ພຣະຢາເວຈະສົ່ງມາທຳລາຍປະຊາຊົນຊາມາເຣຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)
ເຂົາຈະໂຍນມົງກຸດດອກໄມ້ແຕ່ລະອັນລົງໄປຍັງພື້ນດິນ
ກະສັດແລະອຳນາດທາງທະຫານຂອງພຣະອົງໄດ້ທຳລາຍປະຊາຊົນຊາມາເຣຍ ແລະເມືອງຂອງພວກເຂົາຖືກເວົ້າເຫມືອນກັບວ່າກະສັດຈະໂຍນມົງກຸດດອກໄມ້ຂອງຄົນລົງພື້ນດິນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)