3.0 KiB
ມືຂອງພຣະອົງໄດ້ຊູຂຶ້ນ
ພຣະຢາເວກຽມພ້ອມທີ່ຈະລົງໂທດຄົນຊົ່ວຮ້າຍ ຖືກເວົ້າເຫມືອນກັບວ່າມືຂອງພຣະອົງຖືກຍົກ ແລະກຳລັງຈະຕີຄົນຊົ່ວຮ້າຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ແຕ່ພວກເຂົາກໍເບິ່ງບໍ່ເຫັນ
"ແຕ່ຄົນຊົ່ວຮ້າຍຈະບໍ່ເປັນທີ່ສົນໃຈ"
ພວກເຂົາຈະເຫັນຄວາມຮ້ອນໃຈຂອງພຣະອົງທີ່ມີຕໍ່ຊົນຊາດນັ້ນ
ຄຳວ່າ "ເຫັນ" ເປັນຕົວແທນເຖິງການຍອມຮັບບາງສິ່ງບາງຢ່າງ. ອາດແປໄດ້ອີກວ່າ: "ພວກເຂົາຈະຍອມຮັບທີ່ພຣະອົງຮ້ອນຮົນຢາກທີ່ຈະອວຍພອນປະຊາຊົນຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ຖືກເຮັດໃຫ້ໄດ້ຮັບຄວາມອັບອາຍ
ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພວກເຂົາຈະເປັນທີ່ອັບອາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)
ໄຟຂອງພວກສັດຕູຂອງພຣະອົງຈະເຜົາຜານພວກເຂົາ
ພຣະຢາເວລົງໂທດ ແລະ ທຳລາຍຢ່າງສິ້ນເຊີງ ພວກສັດຕູຂອງພຣະອົງຖືກເວົ້າເຫມືອນກັບວ່າພຣະອົງຈະສົ່ງໄຟທີ່ຈະເຜົາຜານພວກເຂົາຢ່າງຫມົດສິ້ນໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ໄຟຂອງພວກສັດຕູຂອງພຣະອົງ
ຄຳວ່າ "ຂອງ" ບໍ່ໄດ້ຫມາຍເຖິງໄຟທີ່ເປັນຂອງສັດຕູແຕ່ເປັນໄຟທີ່ຖືກໃຊ້ໂດຍຕັ້ງໃຈທີ່ຈະຕໍ່ສູ້ກັບສັດຕູ. ອາດແປໄດ້ອີກວ່າ: "ໄຟຂອງພຣະອົງຈະເຜົາຜານພວກເຂົາຢ່າງຫມົດສິ້ນ"
ໃຫ້ແກ່ພວກຂ້ານ້ອຍ
ຄຳວ່າ "ພວກຂ້ານ້ອຍ" ຫມາຍເຖິງເອຊາຢາ ແລະລວມທັງປະຊາຊົນທັງຫມົດທີ່ຊອບທຳ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive)