4.4 KiB
ເບິ່ງເຖີດ
"ເບິ່ງເຖີດ" ຫລື "ຈົ່ງຟັງເຖີດ" ນີ້ເປັນຄຳສັບທີ່ເພີ່ມເຕີມເພື່ອເນັ້ນຫນັກໃຫ້ເຖິງສິ່ງທີ່ຖືກເວົ້າຕໍ່ໄປ.
ພຣະຢາເວຊົງປະທັບເທິງເມກທີ່ວ່ອງໄວ
ພຣະຢາເວເບິ່ງຄືວ່າ ເປັນພາບໃນທີ່ນີ້ ໃນກາຂີ່ເມກເຫມືອນກັບວ່າຂີ່ເທີງລົດມ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ບັນດາຮູບເຄົາລົບຂອງເອຢີບກໍສັ່ນໄຫວຕໍ່ຫນ້າພຣະອົງ
ຮູບເຄົາລົບ ຖືກບັນຍາຍເຫມືອນກັບວ່າ ມີຄວາມຮູ້ສືກຢ້ານກົວໃນຂະນະທີ່ປາກົດຕົວຕໍ່ພຣະຢາເວ. ອາດແປໄດ້ອີກວ່າ: "ຮູບເຄົາລົບຂອງເອຢິບສັ່ນໄຫວໃນຄວາມຢ້ານຕໍ່ຫນ້າພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)
ແລະ ໃຈຂອງຄົນເອຢິບກໍລະລາຍໄປພາຍໃນຕົວຂອງພວກເຂົາ
ຄຳວ່າໃຈລະລາຍໄປເປັນຕົວແທນເຖິງການສູນເສຍຄວາມກ້າຫານຂອງພວກເຂົາ. ອາດແປໄດ້ອີກວ່າ: "ແລະ ຊາວເອຢິບບໍ່ມີຄວາມກ້າຫານອີກຕໍ່ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ຄົນຫນຶ່ງຈະຕໍ່ສູ້ກັບເພື່ອນບ້ານຂອງຕົນ
ຄຳວ່າ "ຈະຕໍ່ສູ້" ຖືກເຂົ້າໃຈຈາກສຳນວນທີ່ຜ່ານມາ. ອາດແປໄດ້ອີກວ່າ: "ຊາຍທີ່ຈະຕໍ່ສູ້ຕໍ່ເພື່ອນບ້ານຂອງຕົນເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)
ເມືອງຈະຕໍ່ສູ້ກັບເມືອງ
ຄຳວ່າ "ເມືອງ" ເປັນຕົວແທນເຖິງ ປະຊາຊົນຂອງເມືອງ. ອາດແປໄດ້ອີກວ່າ: "ປະຊາຊົນເມືອງຫນຶ່ງຈະຕໍ່ສູ້ປະຊາຊົນອີກເມືອງຫນຶ່ງ" ຫລື "ປະຊາຊົນຈາກຕ່າງເມືອງຈະຕໍ່ສູ້ເຊີ່ງກັນແລະກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ຣາຊອານາຈັກຈະຕໍ່ສູ້ກັບຣາຊອານາຈັກ
ຄຳວ່າ "ຈະເປັນ" ຫລື "ຈະຕໍ່ສູ້" ເປັນທີ່ເຂົ້າໃຈໃນສຳນວນທີ່ຜ່ານມາ. ອາດແປໄດ້ອີກວ່າ: "ຣາຊະອານາຈັກຈະຕໍ່ສູ້ກັບຣາຊະອານາຈັກ" ຫລື "ຣາຊະອານາຈັກຈະຕໍ່ສູ້ກັບຣາຊະອານາຈັກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)
ຣາຊອານາຈັກຈະຕໍ່ສູ້ກັບຣາຊອານາຈັກ
ຄຳວ່າ "ຣາຊະອານາຈັກ" ຫມາຍເຖິງ ຣາຊະອານາຈັກນ້ອງກວ່າໃນເອຢິບ. ມັນຖືກເອີ້ນວ່າ ແຂວງ. ເປັນຕົວແທນເຖິງປະຊາຊົນຂອງຣາຊະອານາຈັກ ຫລື ແຂວງ. ອາດແປໄດ້ອີກວ່າ: "ປະຊາຊົນຈາກແຂວງຫນຶ່ງຈະຕໍ່ສູ້ປະຊາຊົນຈາກອີກແຂວງຫນຶ່ງ" ຫລື "ປະຊາຊົນຕ່າງແຂວງ ຈະຕໍ່ສູ້ປະຊາຊົນອີກແຂວງຫນຶ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)