lo_tn/isa/10/33.md

44 lines
5.0 KiB
Markdown

# ເບິ່ງເຖີດ
ນີ້ສາມາດຖືກແປເຫມືອນ "ຈົ່ງເບິ່ງ" ຫລື "ຈົ່ງຟັງ" ຫລື "ຈົ່ງໃສ່ໃຈໃນສິ່ງທີ່ເຮົາກຳລັງຈະບອກເຈົ້າ."
# ພຣະຢາເວຈອມໂຢທາ
ແປຄືກັນໃນ 1:9.
# ຈະຊົງຕັດກິ່ງ ... ແລະ ເລບານອນໃນຄວາມສະຫງ່າງາມຂອງເຂົາຈະລົ້ມລົງ
ເອຊາຢາເວົ້າກ່ຽວກັບ ທະຫານອັດຊີເຣຍ ເຫມືອນເປັນຕົ້ນໄມ້ສູງໃຫຍ່ໃນເລບານອນ. ພຣະເຈົ້າຈະທຳລາຍທະຫານເຫມືອນ ປະຊາຊົນຕັດຕົ້ນໄມ້ໃຫຍ່ຂອງເລບານອນ, ນີ້ເນັ້ນຫນັກໃຫ້ເຫັນວ່າ ເຖິງແມ່ນວ່າທະຫານຈະເຂັ້ມແຂງກໍຕາມ, ພຣະເຈົ້າມີຣິດອຳນາດທີ່ຈະທຳລາຍມັນໄດ້. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ຈະຊົງຕັດກິ່ງ
"ຈະຕັດກິ່ງໃຫຍ່ທັງຫລາຍຂອງຕົ້ນໄມ້ຕ່າງໆ." ເພື່ອເຮັດໃຫ້ມັນແຈ້ງຂຶ້ນນັ້ນ ນີ້ຫມາຍເຖິງທະຫານຂອງອັດຊີເຣຍ, ມັນສາມາດແປໃຫ້ເປັນເຫມືອນການປຽບທຽບ: ພຣະອົງຈະທຳລາຍທະຫານອັດຊີເຣຍ ເຫມືອນຄົນແຂງແຮງທີ່ຕັດກິ່ງໃຫຍ່ຂອງຕົ້ນໄມ້ນັ້ນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ດ້ວຍການທຳລາຍທີ່ຫນ້າຢ້ານກົວ
ນີ້ສາມາດປ່ຽນຄຳສັບເພື່ອທີ່ ຄຳນາມທີ່ບໍ່ມີຕົວ "ທຳລາຍ" ເປັນການສະແດງໃຫ້ເປັນຄຳກິລິຍາ "ເຮັດໃຫ້ສຽງດັງ." ອາດແປໄດ້ອີກວ່າ: "ແລະພວກກິ່ງຈະຢຽບລົງເທິງພື້ນດິນ ແລະ ເຮັດສຽງໃຫ້ເປັນຕາຫນ້າຢ້ານກົວ" ຫລື "ກິ່ງຕ່າງໆທີ່ຈະຕົກລົງເຖິງດິນ ກັບສຽງດັງຫລາຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-abstractnouns]])
# ບັນດາຕົ້ນໄມ້ທີ່ສູງທີ່ສຸດຈະຖືກໂຄ່ນລົງມາ
ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພະອົງຈະຕັດຕົ້ນໄມ້ທີ່ສູງສຸດລົງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]])
# ບັນດາຕົ້ນໄມ້ທີ່ສູງທີ່ສຸດ
ນີ້ເປັນຄຳປຽບທຽບສຳລັບ "ບັນດາທະຫານທີ່ແຂງແຮງທີ່ສຸດ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ຄົນສູງສັັກຈະຖືກເຮັດໃຫ້ຕ່ຳລົງ
ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະອົງຈະນຳຄົນສູງສັກໃຫ້ຕົກຕໍ່າລົງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]])
# ຄົນສູງສັັກ
"ຈອງຫອງ"
# ຕັດພຸ່ມໄມ້ຫນາທຶບໃນປ່າລົງມາດ້ວຍຂວານ
"ຕົ້ມໄມ້ຊະນິດຫນຶ່ງທີ່ຫນາທືບໃນປ່າ." ນີ້ອາດຈະເປັນການປຽບທຽບສຳລັບຄົນເຫລົ່ານັ້ນ ຜູ້ທີ່ບໍ່ເປັນທີ່ຮູ້ຈັກ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ເລບານອນໃນຄວາມສະຫງ່າງາມຂອງເຂົາຈະລົ້ມລົງ
"ປ່າຂອງເລບານອນຈະບໍ່ເປັນທີ່ໃຫຍ່ໂຕອີກ." ອາດເປັນເຫມືອນການປຽບທຽບສຳລັບທະຫານຊາວອັດຊີເຣຍ. ອາດແປໄດ້ອີກວ່າ: "ພຣະຢາເວຈະເອົາຊະນະທະຫານອັດຊີເຣຍ, ທີ່ເຂັ້ມແຂງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])