lo_tn/isa/10/14.md

4.0 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ເວົ້າຄືນກ່ຽວກັບກະສັດອັດຊີເຣຍ. (ເບິ່ງເພີ່ມເຕີມ: 10:12)

ມືຂອງຂ້າພະເຈົ້າມີຊັບສົມບັດ

ມືເປັນການປຽບທຽບເຖິງອຳນາດຂອງກະສັດ ຫລື ທະຫານຂອງພະອົງ. ອາດແປໄດ້ອີກວ່າ: "ໃນອຳນາດຂອງຂ້ອຍໄດ້ມີຊັບສິນສົມບັດ" ຫລື "ທະຫານຂອງຂ້ອຍໄດ້ຊັບສົມບັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ມືຂອງຂ້າພະເຈົ້າມີຊັບສົມບັດຂອງປະຊາຊາດຄືກັບເອົາຈາກຮັງນົກ

ກະສັດອັດຊີເຣຍປຽບທຽບຊັບສົມບັດຂອງບັນດາປະຊາຊາດ ເຫມືອນດັ່ງຄົນຫນຶ່ງໄດ້ເອົາພວກໄຂ່ທັງຫລາຍອອກມາຈາກຮັງນົກ. ນີ້ເນັ້ນຫນັກໃຫ້ເຫັນວ່າທີ່ທີ່ພະອົງ ແລະ ທະຫານຂອງພະອົງໄດ້ຢືດຄອງອານາຈັກເຫລົ່ານັ້ນຕ່າງໆນັ້ນ ມັນງ່າຍຫລາຍສຳລັບພະອົງ. ອາດແປໄດ້ອີກວ່າ: "ທະຫານຂອງເຮົາໄດ້ຂະໂມຍເອົາຄວາມຮັ່ງຈາກບັນດາປະຊາຊາດ ຊຶ່ງມັນງ່າຍເຫມືອນກັບວ່າຊາຍຄົນຫນຶ່ງໄດ້ເອົາໄຂ່ນົກມາຈາກຮັ່ງນົກນັ້ນເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ແລະ ຄົນຫນຶ່ງທີ່ເກັບໄຂ່ນົກຈຳນວນຫລວງຫລາຍ, ຂ້າພະເຈົ້າກໍເປັນຜູ້ນັ້ນທີ່ໄດ້ເກັບກຳແຜ່ນດິນໂລກທັງໝົດແລ້ວ

"ແລະ ເຫມືອນດັ່ງຄົນຫນຶ່ງທີ່ເກັບໄຂ່ນົກຈາກຮັງນົກເປັນຈຳນວນຫລວງຫລາຍ ເມື່ອນົກບໍ່ໄດ້ຢູ່ທີ່ນັ້ນເພື່ອປົກປ້ອງພວກມັນ, ຂ້າພະເຈົ້າກໍໄດ້ເອົາຊັບສົມບັດຂອງທຸກໆຊົນຊາດໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ບໍ່ມີໃຜຍ້າຍປີກຂອງລາວໄປ. ຫລືເປີດປາກຂອງພວກເຂົາຫລືເຮັດສຽງດັງ

ນີ້ເປັນການປຽບທຽບຊົນຊາດຕ່າງໆກັບນົກທີ່ນັ່ງຢ່າງມິດງຽບໃນຂະນະທີ່ໄຂ່ຂອງນາງຖືກເອົາໄປ. ນີ້ເນັ້ນຫນັກໃຫ້ເຫັນວ່າຊົນຊາດຕ່າງໆບໍ່ມີອັນໃດໃນຂະນະທີ່ທະຫານຂອງອັດຊີເຣຍໄດ້ເອົາຊັບສົມບັດຂອງພວກເຂົາທັງຫມົດໄປ. ອາດແປໄດ້ອີກວ່າ: "ແລະເຫມືອນກັບນົກທີ່ບໍ່ສົ່ງສຽງ ຫລື ພືເຫມືອນປີກນົກເມື່ອບາງຄົນລັກໄຂ່ຂອງນາງໄປ. ບັນດາປະຊາຊາດບໍ່ໄດ້ເຮັດຫຍັງໃນຂະນະທີ່ພວກເຮົາໄດ້ເອົາຊັບສົມບັດຂອງພວກເຂົາໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)