2.7 KiB
ຂໍ້ມູນທົ່ວໄປ:
ເອຊາຢາສືບຕໍ່ບັນຍາຍເຖິງເວລາ ເມື່ອພຣະເຈົ້າຈະປົກປ້ອງອິດສະຣາເອນ. ຜ່ານເຫດການເຫລົ່ານີ້ ຈະເກີດຂຶ້ນໃນອານາຄົດ (9:1). ເອຊາຢາບັນຍາຍເຖິງກ່ຽວກັບພວກມັນ ເຫມືອນກັບວ່າ ພວກມັນໄດ້ເກີດຂຶ້ນແລ້ວ. ການເນັ້ນຫນັກນີ້ ໃຫ້ເຫັນວ່າ ພວກມັນຈະເກີດຂຶ້ນຢ່າງແນ່ນອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)
ພຣະອົງໄດ້ຊົງທະວີຄູນຈຳນວນປະຊາຊາດນັ້ນ; ພຣະອົງໄດ້ຊົງເພີ່ມພູນຄວາມຊື່ນຊົມຍິນດີຂອງພວກເຂົາຫລາຍຂື້ນ
ຄຳວ່າ "ພຣະອົງ" ຫມາຍເຖິງພຣະຢາເວ. ຄຳວ່າ "ຂອງພວກເຂົາ" ຫມາຍເຖິງປະຊາຊົນອິດສະຣາເອນ, ແຕ່ເອຊາຢາລວມຕົວລາວເອງ ເຫມືອນເປັນສ່ວນຫນຶ່ງຂອງອິດສະຣາເອນ. ອາດແປໄດ້ອີກວ່າ: "ອົງພຣະຜູ້ເປັນເຈົ້າ, ພຣະອົງຈະເພີ່ມພູມປະຊາຊົນຂອງພວກເຮົາ ແລະ ຄວາມຊື່ນຊົມຍິນດີຂອງພວກເຮົາດ້ວຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-yousingular)
ພວກເຂົາມີຄວາມປິຕິຍິນດີຕໍ່ພຣະພັກພຣະອົງໃນລະດູການເກັບກ່ຽວ, ຄືກັບຜູ້ທີ່ມີຄວາມສຸກໃນຂະນະທີ່ພວກເຂົາສາມາດແບ່ງປັນສ່ວນທີ່ຢຶດມາໄດ້
"ພວກເຂົາຈະປິຕິຍິນດີ ຕໍ່ຫນ້າພຣະພັກພຣະອົງ ເຫມືອນປະຊາຊົນປິຕິຍິນດີ ເມື່ອພວກເຂົາລວບລວມພືດຜົນຂອງພວກເຂົາ ຫລື ເມື່ອສົງຄາມສິ້ນສຸດລົງ ແລະ ພວກທະຫານໄດ້ແບ່ງສິ່ງທີ່ພວກເຂົາໄດ້ຍືດມານັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)