5.6 KiB
ຄວາມໂສກເສົ້າຈະເລື່ອນຫາຍໄປຈາກເມືອງທີ່ກຳລັງທຸກລະທົມ
ເອຊາຢາເວົ້າກ່ຽວກັບປະຊາຊົນ ຜູ້ທີ່ຫລົງເສຍຝ່າຍຈິດວິນຍານ ເຫມືອນກັບວ່າ ພວກເຂົາກໍາລັງຍ່າງຢູ່ໃນຄວາມມືດຢ່າງຫມົດສິ້ນ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະເຄື່ອນຍ້າຍຄວາມມືດຫນາ ຈາກນາງຜູ້ທີ່ຢູ່ໃນຄວາມທຸກລະທົມ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])
ຄວາມໂສກເສົ້າ
ຄຳນີ້ຫມາຍຄວາມວ່າ "ເປັນບາງສ່ວນ ຫລື ຄວາມມືດຢ່າງຫມົດສິ້ນ." ການແປເຫມືອນກັບທີ່ທ່ານແປຄຳວ່າ ""ຄວາມໂສກເສົ້າໃຈ" ໃນ 8:21.
ເມືອງທີ່ກຳລັງທຸກລະທົມ
"ນາງຜູ້ກຳລັງທົນທຸກທໍລະມານໃນຄວາມເຈັບປວດອັນໃຫຍ່ ແລະ ຄວາມໂສກເສົ້າ." ນີ້ເປັນການປ່ຽບທຽບຢ່າງແນ່ນອນ ສຳລັບປະຊາຊົນຢູດາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ໃນໄລຍະຜ່ານມາພຣະອົງໄດ້ເຮັດໃຫ້ແຜ່ນດິນເຊບູລຸນ ແລະ ນັບທາຣີເຮັດໃຫ້ອັບອາຍ
"ແຜ່ນດິນ" ຫມາຍເຖິງປະຊາຊົນຜູ້ທີ່ອາໄສຢູ່ໃນຂົງເຂດນັ້ນ. ອາດແປໄດ້ອີກວ່າ: "ໃນອາດິດ, ອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຄົນເຫລົ່ານັ້ນທີ່ອາໄສຢູ່ໃນ ເຊບູລຸນ ແລະ ນັບທາລີຖ່ອມຕົວລົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ແຕ່ຕໍ່ມາພຣະອົງຈະເດີນທາງໄປສູ່ທະເລອີກຝັ່ງຂອງຟາກແມ່ນ້ຳຈໍແດນ, ຄືຄາລີເລຂອງບັນດາປະຊາຊາດ
ໃນນີ້ຄຳວ່າ "ມັນ" ຫມາຍເຖິງຄາລີເລ ຊຶ່ງເປັນຕົວແທນເຖິງປະຊາຊົນຜູ້ທີອາໄສຢູ່ທີ່ນັ້ນ. ອາດແປໄດ້ອີກວ່າ: "ແຕ່ໃນອານາຄົດ, ອົງພຣະຜູ້ເປັນເຈົ້າຈະໃຫ້ກຽດປະຊາຊົນຄາລີເລຂອງບັນດາປະຊາຊາດ, ຊຶ່ງເປັນເສັ້ນທາງລະຫວ່າງກາງໄປ ທະເລເມດີເຕຣາເນ ແລະແມ່ນໍ້າຈໍແດນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ຄາລີເລຂອງບັນດາປະຊາຊາດ
ໃນນີ້ຄຳວ່າ "ບັນດາປະຊາຊາດ" ເປັນຕົວແທນເຖິງປະຊາຊົນຈາກຊາດອຶ່ນທີມາອາໄສຢູ່ໃນ ຄາລີເລ. ອາດແປໄດ້ອີກວ່າ: "ຄາລີເລ, ບ່ອນທີ່ມີຄົນຕ່າງດ້າວອາໄສຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)
ໄດ້ຍ່າງຢູ່ໃນຄວາມມືດ ... ທີ່ຢູ່ໃນແຜ່ນດິນຂອງເງົາແຫ່ງຄວາມຕາຍ
ເອຊາຢາເວົ້າກ່ຽວກັບປະຊາຊົນທີ່ດຳເນີນຊີວິດໃນບາບ ແລະທົນທຸກທໍລະມານຍ້ອນສິ່ງນັ້ນ ຖືກເວົ້າເຫມືອນກັບວ່າ ພວກເຂົາກຳລັງຍ່າງໄປໃນຄວາມມືດ ຫລື ອາໄສຢູ່ໃນແຜ່ນດິນຂອງເງົາແຫ່ງຄວາມຕາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ຄວາມສະຫວ່າງຍິ່ງໃຫຍ່ ... ແສງສະຫວ່າງສ່ອງມາໃສ່
ໃນນີ້ຄຳວ່າ "ຄວາມສະຫວ່າງ" ເປັນຕົວແທນເຖິງຄວາມຫວັງ ແລະ ການປົດປ່ອຍໃຫ້ເປັນອິດສະຫລະ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ແຜ່ນດິນຂອງເງົາແຫ່ງຄວາມຕາຍ
ສຳນວນ "ເງົາແຫ່ງຄວາມຕາຍ" ເປັນສຳນວນທີ່ຫມາຍຄວາມວ່າ ຄວາມມືດມິດ. ອາດແປໄດ້ອີກວ່າ: "ແຜ່ນດິນຂອງຄວາມມືດທີ່ສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)