1.9 KiB
1.9 KiB
ຂໍ້ມູນທົ່ວໄປ:
ເອຊາຢາສືບຕໍ່ອະທິບາຍນິມິດຂອງລາວ.
ແຕ່ລະຕົນກໍຮ້ອງອອກມາຫາກັນ ແລະ ກັນ ແລະ ກ່າວວ່າ
"ພວກເຊລາພິມກໍຮ້ອງອອກມາຫາກັນ ແລະ ກັນ ແລະ ກ່າວວ່າ" ຫລື "ສັດທີ່ມີປີກກໍຮ້ອງອອກມາຫາກັນ ແລະ ກັນ"
ບໍຣິສຸດ, ບໍຣິສຸດ, ບໍຣິສຸດ, ຄືພຣະຢາເວຈອມໂຢທາ
ເວົ້າຊໍ້າໃນຄຳວ່າ "ບໍຣິສຸດ" ສາມເທື່ອຊີ້ບອກໃຫ້ເຫັນວ່າພຣະເຈົ້າຊົງບໍຣິສຸດຢ່າງຫມົດຈົດ. ອາດແປໄດ້ອີກວ່າ: "ພຣະຢາເວຈອມໂຢທາເປັນຜູ້ບໍຣິສຸດເຫນືອກວ່ານາມຊື່ອຶ່ນອີກ" ຫລື "ພຣະຢາເວຈອມໂຢທາບໍຣິສຸດຢ່າງຫມົດສິ້ນ"
ແຜ່ນດິນໂລກທັງຫມົດເຕັມໄປດ້ວຍພຣະຣັດສະຫມີຂອງພຣະອົງ
ການເວົ້ານີ້ເຫມືອນກັບວ່າແຜ່ນດິນໂລກເປັນພາຊະນະ ແລະ ພຣະຣັດສະຫມີກໍເປັນເຫມືອນເຕັມຢູ່ໃນພາຊະນະນັ້ນ. ອາດແປໄດ້ອີກວ່າ: "ທຸກໆສິ່ງເທິງແຜ່ນດິນໂລກ ເປັນຫລັກຖານເຖິງພຣະສະຫງ່າຣາສີຂອງພຣະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)