lo_tn/isa/04/01.md

2.7 KiB

ໃຫ້ເຮົາໃສ່ຊື່ຂອງທ່ານ

ສຳນວນນີ້ຫມາຍເຖິງ "ໃຫ້ເຮົາແຕ່ງງານກັບເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ກິ່ງຂອງພຣະຢາເວຈະງົດງາມ

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ກິ່ງ" ເປັນການປຽບທຽບທີ່ເປັນຕົວແທນເຖິງພືດພັນພຣະຢາເວຈະເປັນເຫດເຮັດໃຫ້ມັນໃຫຍ່ໃນແຜ່ນດິນອິດສະຣາເອນ. ອາດແປໄດ້ອີກວ່າ: "ພຣະຢາເວຈະເຮັດໃຫ້ພືດພັນໃນອິດສະຣາເອນເປັນທີ່ງົດງາມ" ຫລື 2) "ກິ່ງ" ເປັນການປຽບທຽບທີ່ຫມາຍເຖິງພຣະເມຊີອາ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-metaphor]])

ຈະງົດງາມ ແລະ ມີສະຫງ່າລາສີ

"ຈະເຕັມໄປດ້ວຍຄວາມງົດງາມ ແລະ ມີສະຫງ່າລາສີ"

ຜົນລະໄມ້ຂອງແຜ່ນດິນຈະມີລົດແຊບ ແລະໃຫ້ຄວາມປິຕິຍິນດີສຳລັບຜູ້ທີ່ລອດຊີວິດເຫລົ່ານັ້ນໃນອິດສະຣາເອນ

"ຜົນລະໄມ້" ບາງເທື່ອອາດຈະເປັນຕົວແທນເຖິງອາຫານທີ່ຜະລິດໄດ້ໃນແຜ່ນດິນ, ແລະ ບາງເທື່ອມັນເປັນຕົວແທນເຖິງພຣະພອນຝ່າຍຈິດວິນຍານ. ຄວາມຫມາຍທີ່ອາດເປັນໄປໄດ້ 1) ພຣະເຈົ້າຈະເຮັດໃຫ້ແຜ່ນດິນຜະລິດອາຫານດີອີກເທື່ອຫນຶ່ງ. ອາດແປໄດ້ອີກວ່າ: "ປະຊາຊົນຜູ້ທີ່ຍັງຢູ່ໃນອິດສະຣາເອນຈະມີຄວາມສຸກກັບອາຫານທີ່ດີທີ່ສຸດທີ່ມາຈາກແຜ່ນດິນ" ຫລື 2) ໃນອານາຄົດພຣະເມຊີອາຈະນຳພຣະພອນຝ່າຍຈິດວິນຍານກັບປະຊາຊົນໃນແຜ່ນດິນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)