lo_tn/isa/03/18.md

3.3 KiB

ຂໍ້ມູນທົ່ວໄປ:

ການສືບຕໍ່ອະທິບາຍວິທີທີ່ພຣະຢາເວຈະພິພາກສາຍິງຂອງເຢຣູຊາເລັມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-unknown)

ອົງພຣະຜູ້ເປັນເຈົ້າຈະເອົາອອກ

ທີ່ນີ້ "ເອົາອອກ" ເປັນຕົວແທນເຖິງເຫດທີ່ເຮັດຄົນອຶ່ນເອົາບາງສິ່ງບາງອອກໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຄື່ອງປະດັບອັນງົດງາມທີ່ຂໍ້ຕີນ

ເປັນການຕົກແຕ່ງທີ່ຜູ້ຍິງສວມໃສ່ທີ່ຂໍ້ຕີນ, ເຫນືອຕີນຫນ້ອຍດຽວເທົ່ານັ້ນ.

ແຂບຮັດຫົວ

ເປັນການຕົກແຕ່ງທີ່ຜູ້ຍິງສວມໃສ່ທີ່ເຫນືອຫົວ ແລະ ຜົມ

ເຄື່ອງປະດັບທີ່ມີຮູບພະຈັນສ້ຽວ

"ເປັນຮູບພະຈັນສ້ຽວທີ່ປະຊາຊົນສວມໃສ່ ໂດຍມີຄວາມເຊື່ອວ່າພວກມັນຈະປົກປັກຮັກສາຄົນນັ້ນຈາກຄວາມຊົ່ວຮ້າຍ

ຕຸ້ມຫູ

ເຄື່ອງປະດັບທີ່ຫ້ອຍໄວ້ທີ່ຫູ ຫລື ເຫນືອຫູໄປ

ສາຍແຂນ

ເປັນການຕົກແຕ່ງທີ່ຜູ້ຍິງສວມໃສ່ຢູ່ທີ່ແຂນໃກ້ກັບມື

ຜ້າປົກຫນ້າ

ເປັນສິ້ນສ່ວນທີ່ບາງຫລາຍຖືກໃຊ້ໃນການປົກປິດຫົວ ແລະ ຫນ້າຂອງຜູ້ຍິງ

ຜ້າຄາດຫົວ

ຍາວ, ເປັນສິ້ນສ່ວນທີ່ບາງທີ່ຜູ້ຍິງໃຊ້ພັນອ້ອມຮອບຫົວ ຫລື ຜົມ

ສ້ອຍຂໍ້ຕີນ

ເຫລົ້ານີ້ເປັນການຕົກແຕ່ງທີ່ຜູ້ຍິງສວມໃສ່ທີ່ໃກ້ຕີນ. ຫລາຍເທື່ອສ້ອຍມັດຢູ່ດ້ານລຸ່ມ ເພື່ອໃຫ້ເກີດສຽງນຸ້ມນວນມ່ວນຫູ.

ຜ້າຄາດແອວ

ເປັນສິ້ນສ່ວນຂອງເຄື່ອງນຸ່ງທີປະຊາຊົນໃຊ້ສວມໃສ່ອ້ອມຮອບແອວ ຫລື ອ້ອມຮອບຫນ້າເອີກ.

ອົບນໍ້າຫອມ

ເປັນກ໋ອງນ້ອຍ ຫລື ຖົງບັນຈຸນໍ້າຫອມ ທີ່ຜູ້ຍິງສວມໃສ່ສາຍແຂນ ຫລື ສາຍອ້ອມຮອບຄໍຂອງພວກເຂົາດັ່ງນັ້ນພວກເຂົາຈຶ່ງມີກິ່ນຫອມດີ

ຕະກຸດ

ເຄື່ອງປະດັບທີ່ຄົນສວມໃສ່ ໂດຍມີຄວາມເຊື່ອວ່າ ມັນຈະນຳໃຫ້ມີໂຊກດີ