3.2 KiB
ເຮົາຈະແຕ່ງຕັ້ງຄົນຫນຸ່ມໃຫ້ເປັນຜູ້ນຳຂອງພວກເຂົາ, ແລະ ຄົນຫນຸ່ມຈະປົກຄອງເຫນືອພວກເຂົາ
ສຳນວນເຫລົ່ານີ້ຄວາມຫມາຍພື້ນຖານເປັນສິ່ງດຽວກັນ. ຄວາມຫມາຍທີ່ອາດເປັນໄປໄດ້ 1) "ເຮົາຈະແຕ່ງຕັ້ງຄົນຫນຸ່ມໃນຖະເປັນຜູ້ນຳຂອງພວກເຂົາ, ແລະ ຄົນຫນຸ່ມເຫລົ່ານັ້ນຈະປົກຄອງເຫນືອພວກເຂົາ" ຫລື 2) "ຄົນຫນຸ່ມ" ເປັນການປຽບທຽບສຳລັບຄົນສາມັນ ແລະ ຄົນໂງ່ຈ້າ. ອາດແປໄດ້ອີກວ່າ: "ເຮົາຈະແຕ່ງຕັ້ງພວກຜູ້ນຳທີ່ຢູ່ເຫນືອພວກເຂົາ ຜູ້ທີ່ບໍ່ເປັນຜູ້ໃຫຍ່, ເຫມືອນຄົນຫນຸ່ມ, ແລະ ພວກຜູ້ນຳເຫລົ່ານັ້ນທີ່ເປັນຄົນຊົ່ວຮ້າຍຈະປົກຄອງເຫນືອພວກເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metaphor]])
ເຮົາຈະແຕ່ງຕັ້ງຄົນຫນຸ່ມ
ໃນທີ່ນີ້ຄຳວ່າ "ເຮົາ" ຫມາຍເຖິງພຣະຢາເວ. ຍັງສາມາດເຮັດປະໂຫຍກນີ້ຊັດເຈນຂຶ້ນໄດ້. ອາດແປໄດ້ອີກວ່າ: "ພຣະຢາເວເວົ້າວ່າ, "ເຮົາຈະຕັ້ງຄົນຫນຸ່ມໃນຖານະເປັນຜູ້ນຳຂອງພວກເຂົາ"" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)
ປະຊາຊົນຈະຖືກກົດຂີ່ຂົ່ມເຫັງ, ທຸກຄົນຈະຖືກບີບບັງຄັບຈາກຄົນອື່ນ; ແລະ ທຸກຄົນຈະຖືກເພື່ອນບ້ານໃກ້ຄຽງກົດຂີ່ຂູດຮີດ
ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ທຸກໆຄົນທີ່ຈະເປັນຄົນໃຈດຳກັບຄົນອຶ່ນໆ ແລະ ຈະຂົ່ມເຫັງເພື່ອບ້ານຂອງຕົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)
ດູຫມິ່ນ
"ປະຊາຊົນຜູ້ທີ່ປາດສະຈາກການໃຫ້ກຽດ" ຫລື "ປະຊາຊົນຜູ້ຊຶ່ງບໍ່ຄົນເຄົາລົບນັບຖື"
ຜູ້ທີ່ມີກຽດ
ປະຊາຊົນພ້ອມກັບໃຫ້ກຽດ" ຫລື "ປະຊາຊົນຜູ້ຊຶ່ງທຸກໆຄົນໃຫ້ກຽດ"