lo_tn/isa/03/01.md

3.1 KiB

ຈົ່ງເບິ່ງ

ຄຳວ່າ "ຈົ່ງເບິ່ງ" ທີ່ນີ້ເພີ່ມເຂົ້າເພື່ອເນັ້ນຫນັກໃຫ້ເຫັນເຖິງສິ່ງທີ່ຕາມມາ. ມັນສາມາດແປໄດ້ອີກວ່າ "ຈົ່ງຟັງ" ຫລື "ແທ້ຈິງ."

ຊ່ວຍເຫລືອ ແລະ ການຈຸນເຈືອ

ສອງຄຳເຫລົ່ານີ້ຫມາຍເຖິງໄມ້ຄ້ອນເທົ້າຄໍ້າຍ່າງ, ທີ່ຄົນໃຊ້ອີງເພື່ອຄໍ້າ. ນີ້ແມ່ນແນວຄວາມຄິດທີ່ເວົ້າເຖິງການຢືນ ສຳລັບສິ່ງທີ່ປະຊາຊົນຕ້ອງການຫລາຍທີ່ສຸດເພື່ອທີ່ຈະມີຊີວິດຢູ່; ອາຫານ ແລະນໍ້າ. ອາດແປໄດ້ອີກວ່າ: "ທຸກໆສິ່ງທີ່ສະຫນັບສະຫນູນພວກເຈົ້າ" ຫລື "ທຸກໆສິ່ງທີ່ພວກເຈົ້າເພີ່ງພານັ້ນ (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ນັກຮົບທີ່ກ້າຫານ ... ຄົນໃຊ້ເວດມົນທີ່ຊຳນານ

ນີ້ແມ່ນລາຍການຂອງຈຳພວກຂອງປະຊາຊົນທີ່ ຄົນອຶ່ນໆໄວ້ວາງໃຈ. ເມື່ອພວກເຂົາບໍ່ໄດ້ຫມາຍເຖິງ ຄົນແຕ່ລະຄົນ, ພວກເຂົາສາມາຖືກແປທັງຫມົດເປັນຄຳນາມຈຳນວນຫລາຍ. ອາດແປໄດ້ອີກວ່າ: "ນັກຮົບທີ່ກ້າຫານທັງຫລາຍ ... ຄົນໃຊ້ເວດມົນທີ່ຊຳນານທັງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

ຜູ້ທຳນວາຍ

ປະຊາຊົນຜູ້ອ້າງຕົນເອງວ່າພວກເຂົາສາມາດບອກອານາຄົດໂດຍການເບິ່ງສິ່ງຕ່າງທີ່ພາກສ່ວນຂອງສັດ ແລະ ໃບໄມ້. ເບິ່ງການແປນີ້ເພີ່ມເຕີມໃນ 2:5.

ນາຍກອງຫ້າສິບຄົນ

ນີ້ແມ່ນສຳນວນທີ່ຫມາຍເຖິງນາຍກອງຜູ້ທີ່ບັງຄັບບັນຊາທະຫານຫ້າສິບຄົນ. ສາມາດຖືກແປໃຫ້ເປັນຂໍ້ມູນທົ່ວໄປໄດ້. ອາດແປໄດ້ອີກວ່າ: "ຫົວຫນ້າທະຫານ" ຫລື "ຜູ້ນຳກອງກຳລັງທະຫານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຫ້າສິບ

"50" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)