lo_tn/isa/02/12.md

3.2 KiB

ຂໍ້ມູນທົ່ວໄປ:

ເອຊາຢາເວົ້າກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຄົນທີ່ອວດຕົວ ແລະ ຈອງຫອງຂຶ້ນ

ຄົນຜູ້ທີ່ "ຈອງຫອງຂຶ້ນ" ເປັນຄວາມໂອ້ອວດ ແລະ ເບິ່ງຕົວເອງດີກວ່າຄົນອຶ່ນໆ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ໃຜທີ່ອວດຕົວ ແລະ ໃຜທີ່ຍົກຕົວເອງຂຶ້ນເຫນືອຄົນອຶ່ນໆ" ຫລື "ໃຜທີ່ອວດຕົວ ແລະຄົນວ່າລາວດີກວ່າຄົນອຶ່ນໆ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-metaphor]])

ຄົນທີ່ອວດຕົວ ... ຄົນທີ່ໂອຫັງ

ບາງຄົນຜູ້ທີ່ໂອຫັງເວົ້າ ແລະ ກະທຳເຫມືອນວ່າລາວດີກວ່າຄົນອຶ່ນໆ. ສອງສຳນວນມີຄວາມຫມາຍທີ່ຄ້າຍຄືກັນ ແລະ ຖືກໃຊ້ຮ່ວມກັນ ເພື່ອເນັ້ນຫນັກໃຫ້ເຫັນວ່າ ພຣະຢາເວຈະລົງໂທດພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ແລະ ພຣະອົງຈະຊົງເຮັດໃຫ້ຕົກຕໍ່າລົງ​

"ແລະທຸກຄົນທີ່ອວດຕົວຈະຖືກເຮັດໃຫ້ຕໍ່າລົງ." ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະເຮັດລາວຖ່ອມຕົວລົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຕໍ່ສູ້ກັບຕົ້ນສົນສີດາແຫ່ງເລບານອນທຸກຕົ້ນທີ່ສູງ ... ໄດ້ຕໍ່ສູ້ກັບຕົ້ນໂອກທຸກໆຕົ້ນຂອງບາຊານ.

"ມື້ແຫ່ງພຣະຢາເວຈອມໂຢທານັ້ນ" ຈະເປັນການຕໍ່ສູ້ຕົ້ນສົນສີດາ ແລະ ຕົ້ນໂອກ. ຄວາມຫມາຍທີ່ອາດເປັນໄປໄດ້ 1) ຕົ້ນໄມ້ເຫລົ່ານີ້ ເປັນການປຽບທຽບເຖິງປະຊາຊົນທີ່ໂອ້ອວດ ຜູ້ຊຶ່ງພຣະເຈົ້າຈະພິພາກສານັ້ນ ຫລື 2) ພຣະເຈົ້າຈະທຳລາຍຕົ້ນໄມ້ທີ່ຍິ່ງໃຫຍ່ເຫລົ່ານີ້ຢ່າງແນ່ນອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)