lo_tn/isa/02/01.md

5.3 KiB

ຂໍ້ມູນທົ່ວໄປ:

ເອຊາຢາເວົ້າຖ້ອຍຄຳຂອງພຣະຢາເວກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຢູດາ ແລະ ນະ​ຄອນເຢຣູຊາເລັມ

"ຢູດາ" ແລະ "ນະ​ຄອນເຢຣູຊາເລັມ" ເປັນການປຽບທຽບສຳລັບປະຊາຊົນຜູ້ທີ່ອາໄສຢູ່ທີ່ນັ້ນ. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນຜູ້ທີ່ອາໄສຢູ່ໃນຢູດາ ແລະເຢຣູຊາເລັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໃນວາລະສຸດທ້າຍ

"ໃນອານາຄົດ"

ພູເຂົາ​ແຫ່ງພຣະວິຫານຂອງພຣະຢາ​ເວຈະຖືກສ້າງຕັ້ງຂື້ນ

ນີ້ສາມາດເວົ້າໄດ້ວ່າ 1) "ເຫມືອນເປັນການອະທິບາຍ. ອາດແປໄດ້ອີກວ່າ: "ພູເຂົາຂອງພຣະວິຫານຂອງພຣະຢາເວຈະຢືນຢູ່" ຫລື 2) ໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພຣະຢາເວຈະສ້າງຕັ້ງພູເຂົາຂຶ້ນ ເທິງທີ່ນັ້ນພຣະວິຫານຂອງພຣະອົງຈະຖືກສ້າງຂຶ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພູເຂົາ​ແຫ່ງພຣະວິຫານຂອງພຣະຢາ​ເວຈະຖືກສ້າງຕັ້ງຂື້ນ

ນີ້ສາມາດເວົ້າໄດ້ວ່າ 1) ເຫມືອນເປັນຄຳອະທິບາຍ. ອາດແປໄດ້ອີກວ່າ: "ພູເຂົາ​ແຫ່ງພຣະວິຫານຂອງພຣະຢາ​ເວຈະລຸກຂື້ນ" ຫລື ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະສ້າງຕັ້ງພູເຂົາ ເທິງທີ່ນັ້ນພຣະວິຫານຂອງພຣະອົງຈະຖືກສ້າງຂຶ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເປັນພູເຂົາທີ່ສູງທີ່ສຸດຂອງບັນ​ດາພູເຂົາທັງຫລາຍ

ເອຊາຢາເວົ້າເຖິງຄວາມສຳຄັນເຫມືອນກັບວ່າມັນເປັນຄວາມສູງທາງກາຍຍາພາບ. ອາດແປໄດ້ອີກວ່າ: "ພູເຂົາທີ່ສຳຄັນທີ່ສຸດກວ່າພູເຂົາທັງຫລາຍ" ຫລື "ສະຖານທີ່ສຳຄັນທີ່ສຸດໃນໂລກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພູເຂົານີ້ຈະຖືກຍົກຂຶ້ນໄປເທິງເນີນພູເຂົາທັງ​ຫລາຍ

ເອຊາຢາເວົ້າເຖິງການໃຫ້ກຽດເຫມືອນກັບວ່າມັນແມ່ນຄວາມສູງທາງກາຍຍາພາບ. ນີ້ສາມາດເວົ້າໄດ້ວ່າ 1) ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະໃຫ້ກຽດປະຊາຊົນຜູ້ທີ່ນະມັດສະການທີ່ນັ້ນ ຫລາຍກວ່າວ່າ ພຣະອົງຈະໃຫ້ກຽດຄົນອຶ່ນໆອີກດ້ວຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]] ແລະ rc://*/ta/man/translate/figs-metonymy)

ແລະ ບັນ​ດາປະຊາຊາດ

ໃນນີ້ "ປະຊາຊາດ" ນີ້ແມ່ນການປຽບທຽບເຖິງປະຊາຊົນຂອງປະຊາຊາດທັງຫລາຍ. ອາດແປໄດ້ອີກວ່າ: "ແລະປະຊາຊົນຈາກປະຊາຊາດທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈະຫລັ່ງໄຫລມາ​ສ​ູ່ພູເຂົານີ້.

ປະຊາຊົນທົ່ວໂລກຈະໄປທີ່ພູເຂົາຂອງພຣະຢາເວ ປຽບທຽບກັບແມ່ນໍ້າໄຫລ. ເນັ້ນຫນັກໃຫ້ເຫັນວ່າມີຄົນຢ່າງຫລວງຫລາຍຈະມາ, ບໍ່ແມ່ນພຽງຄົນຫນ້ອຍເທົ່ານັ້ນ. ອາດແປໄດ້ອີກວ່າ: "ຈະຫລັ່ງໄຫລເຫມືອນແມ່ນໍ້າທີ່ມາຫາພູເຂົ້ານີ້" ຫລື "ຈະໄປຫາມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)