2.7 KiB
ຂໍ້ມູນທົ່ວໄປ:
ພຣະເຈົ້າສືບຕໍ່ເວົ້າກັບປະຊາຊົນຢູດາ.
ຖ້າພວກເຈົ້າເຕັມໃຈ ແລະ ເຊື່ອຟັງ
ທີ່ນີ້ "ເຕັມໃຈ" ແລະ "ເຊື່ອຟັງ" ຖືກໃຊ້ໃຫ້ລວມເຂົ້າກັນເພື່ອສະແດງໃຫ້ເຫັນເຖິງຄວາມຄິດດຽວກັນ. ອາດແປໄດ້ອີກວ່າ: "ຖ້າພວກເຈົ້າເຕັມໃຈທີ່ຈະເຊື່ອຟັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hendiadys)
ພວກເຈົ້າກໍຈະໄດ້ກິນອາຫານທີ່ດີແຫ່ງແຜ່ນດິນ
"ແຜ່ນດິນຈະຜະລິດອາຫານທີ່ດີສຳລັບພວກເຈົ້າເພື່ອທີ່ຈະກິນ"
ແຕ່ຖ້າພວກເຈົ້າປະຕິເສດ ແລະ ກະບົດ
"ແຕ່ຖ້າພວກເຈົ້າປະຕິເສດທີ່ຈະເຊື່ອຟັງ ແລະຢືນການທີ່ຈະບໍ່ເຊື່ອຟັງເຮົາ"
ດາບກໍຈະລ້າງຜານພວກເຈົ້າ
ຄຳວ່າ "ດາບ" ຫມາຍເຖິງເຫລົ່າສັດຕູຂອງຢູດາ. ຄືກັນກັບຄຳວ່າ "ລ້າງຜານ" ປຽບທຽບກັບເຫລົ່າສັດຕູທີ່ຈະມາຂ້າພວກເຂົາ ເຫມືອນດັ່ງສັດປ່າທີ່ໂຈນຕີ ແລະກິນສັດໂຕອຶ່ນໆ. ອາດແປໄດ້ອີກວ່າ: "ເຫລົ່າສັດຕູຂອງພວກເຈົ້າຈະຂ້າພວກເຈົ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])
ເພາະວ່າພຣະໂອດຂອງພຣະຢາເວໄດ້ກ່າວໄວ້ແລ້ວ
ຄຳວ່າ "ພຣະໂອດ" ເນັ້ນຫນັກໃຫ້ເຫັນວ່າພຣະຢາເວໄດ້ເວົ້າ ແລະ ສິ່ງທີ່ພຣະອົງເວົ້ານັ້ນຈະເກີດຂຶ້ນຢ່າງແນ່ນອນ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ເວົ້າ" ຫລື "ພຣະຢາເວໄດ້ເວົ້າວ່ານີ້ຈະເກີດຂຶ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)