3.5 KiB
ຂໍ້ມູນທົ່ວໄປ:
ເອຊາຢາເວົ້າຖ້ອຍຄຳຂອງພຣະຢາເວກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)
ເທດສະການສະລ້ຽງວັນອອກໃຫມ່ ແລະ ເທດສະການລ້ຽງສະຫລອງຕາມກຳນົດຂອງພວກເຈົ້າ
ຄຳວ່າ "ວັນອອກໃຫມ່" ເປັນການປຽບທຽບສຳລັບການຫລອງວັນອອກໃຫມ່. ພວກເຂົາສາມາດເປັນການປຽບທຽບເຖິງເທດສະການສະຫລອງເປັນປະຈຳທັງຫມົດ. ອາດແປໄດ້ອີກວ່າ: "ເທດສະການຂອງພວກເຈົ້າ ຂອງວັນອອກໃຫມ່ ແລະ ເທດສະການ ແລະເທດສະການສະຫລອງເປັນປະຈຳອຶ່ນໆ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-synecdoche]])
ວັນອອກໃຫມ່
ວັນອອກໃຫມ່ແມ່ນເມື່ອດວງຈັນສ່ອງແສງອອກທຳອິດຫລັງຈາກມີຄວາມມືດ.
ເຮົາອິດເຫມື່ອຍເຫລືອທີ່ຈະອົດທົນກັບເທດສະການເຫລົ່ານັ້ນແລ້ວ
ນີ້ແມ່ນການປຽບທຽບວິທີທີ່ພຣະເຈົ້າຮູ້ສືກກ່ຽວກັບເທດສະການສະຫລອງຂອງປະຊາຊົນເຫມືອນກັບວ່າມັນເປັນວັດຖູຫນັກໃນການຍົກ. ອາດແປໄດ້ອີກວ່າ: "ພວກເຂົາເປັນຂອງຫນັກ ເຮົາເມື່ອຍໃນການຍົກຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ເຮົາຈະປິດຕາຂອງເຮົາຈາກພວກເຈົ້າ
ສຳນວນນີ້ເປັນວິທີທາງໃນການເວົ້າ "ເຮົາຈະບໍ່ເບິ່ງເຈົ້າ" ຫລື "ເຮົາຈະບໍ່ໃສ່ໃຈພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)
ມືຂອງພວກເຈົ້າເຕັມໄປດ້ວຍເລືອດ
ນີ້ແມ່ນເຫດຜົນທີ່ພຣະເຈົ້າບໍ່ຟັງຄຳອະທິຖານຂອງພວກເຂົາ. ເລືອດນີ້ຫມາຍຄວາມວ່າ ຄວາມຮຸນແຮງທີ່ພວກເຮົາໄດ້ເຮັດຕໍ່ສູ້ປະຊາຊົນ. ອາດແປໄດ້ອີກວ່າ: ເພາະວ່າມັນເປັນເຫມືອນມືຂອງພວກເຈົ້າ ທີ່ປົກຄຸມໄປດ້ວຍເລືອດຂອງຄົນເຫລົ່ານັ້ນທີ່ພວກເຈົ້າໄດທຳຮ້າຍນັ້ນ" ຫລື "ເພາະວ່າພວກເຈົ້າມີຄວາມຜິດຂອງຄວາມຮຸນແຮງນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)